ງານຖະແຫຼງຂ່າວ MISTER LAOS ປີນີ້ຍິ່ງໃຫຍ່ ມາລຸ້ນກັນໃຜຈະໄດ້ເປັນຕົວແທນໜຸ່ມລາວໃນເວທີສາກົນ

34

ໂຄງການປະກວດ Mister Laos ແລະ Mister Model Laos ປີນີ້ຈະຈັດຂຶ້ນຢ່າງຍິ່ງໃຫຍ່ ເຊິ່ງປີນີ້ແມ່ນຈັດຂຶ້ນເປັນປີທີ່ສາມແລ້ວ ໂດຍໄດ້ແບ່ງອອກເປັນສອງຕໍາແໜ່ງລາງວັນໃຫຍ່ ຄື: ລາງວັນຊາຍງາມລາວທົ່ວປະເທດ ແລະ ຊາຍງາມລາວຫຸ່ນດີ.

ໃນປີນີ້ໄດ້ຈັດພິທີຖະແຫຼງຂ່າວໄປເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 15 ກັນຍາ 2022 ໂດຍເຮົາຈະມາລຸ້ນກັນອີກຄັ້ງໜຶ່ງວ່າ ໃນປີນີ້ທາງກອງປະກວດຈະຄັດເລືອກເອົາຊາຍງາມຈາກທົ່ວປະເທດ ເພື່ອທີ່ຈະໄດ້ຮັບຕໍາແໜ່ງອັນຊົງກຽດ ຈະແມ່ນຄົນໃດແມ່ນໜ້າຕິດຕາມທີ່ສຸດ.

ສໍາລັບຈຸດປະສົງຫຼັກຂອງການປະກວດເພື່ອຄົ້ນຫາຊາຍງາມທີ່ຈະເປັນຕົວແທນຂອງສອງຕໍາແໜ່ງໃນເວທີ Mister Laos ແລະ Mister Model Laos ໃນຄັ້ງນີ້ ກໍເພື່ອທີ່ຈະໄດ້ເປັນຕົວແທນຂອງລາວເຮົາ ໄປເຜີຍແຜ່ວັດທະນະທໍາອັນດີງາມຂອງບ້ານເຮົາໃນການປະກວດເວທີລະດັບສາກົນນັ້ນເອງ.

ສ່ວນລາງວັນສໍາລັບໜຸ່ມໆຄົນໃດ ທີ່ເຂົ້າຮ່ວມການປະກວດກໍຈະໄດ້ຮັບລາງວັນອັນພິເສດ ດັ່ງນີ້: Top 20 ຈະໄດ້ຮັບລາງວັນເປັນເງິນ ຈໍານວນ 5 ແສນກີບ, Top 10 ຈະໄດ້ຮັບລາງວັນເປັນເງິນ ຈໍານວນ 8 ແສນກີບ, Top 5 ຈະໄດ້ຮັບລາງວັນເປັນເງິນ ຈໍານວນ 1 ລ້ານກີບ ແລະ ພິເສດສຸດໆ ຊາຍໜຸ່ມ 2 ຄົນ ທີ່ຖືກເລືອກໃຫ້ເປັນ Mister Laos 2022 ແລະ Mister Model Laos 2022 ຈະໄດ້ຮັບລາງວັນ 8 ລ້ານກີບ. ໜຸ່ມຄົນໃດທີ່ມີ ຄວາມພ້ອມ ແລະ ສົນໃຈການປະກວດຂອງ MISTER LAOS ໃນຄັ້ງນີ້ ສາມາດສະໝັກໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍສາມາດສອບຖາມລາຍລະອຽດ ແລະ ຂໍ້ມູນເພີ່ມຕື່ມໄດ້ທີ່ ເພຈຂອງກອງປະກວດ MISTER LAOS ໄດ້ເລີຍ.

ຍັງບໍ່ພໍເທົ່ານີ້ ສໍາລັບງານຖະແຫຼ່ງຂ່າວ Mister Laos 2022 ໄດ້ມີການເຂົ້າຮ່ວມຈາກບັນດາ ແຂກກິດຕິມະສັກຫຼາຍໆທ່ານ ແລະ ຫຼາຍໆພາກສ່ວນທີ່ໃຫ້ກຽດເຂົ້າຮ່ວມງານຄັ້ງນີ້ ໂດຍປະກອບມີ ແຂກ ແລະ ສະປອນເຊີ້ຈາກປະເທດໄທ, ແຂກ ແລະ ສະປອນເຊີ້ ຈາກພາຍໃນປະເທດ, ຄະນະສາວງາມ Miss Laos 2021, ຄະນະສາວງາມ Miss Grand Laos 2022, ຄະນະສາວງາມ Miss Teen Laos 2022 ແລະ The Man Thailand 2022 ເຊິ່ງເອີ້ນໄດ້ວ່າເປັນງານຖະແຫຼງຂ່າວຂອງກອງປະກວດຍິ່ງໃຫຍ່ ແລະ ໜ້າຕິດຕາມທີ່ສຸດໃນປີນີ້.

ສຸດທ້າຍນີ້ກໍຂໍຝາກໜຸ່ມໆລາວທີ່ມີຄວາມຝັນຢາກກ້າວເຂົ້າສູ່ວົງການບັນເທີງລາວ ຢາກເປັນຊາຍແບບ ແລະ ມີຜົນງານຕ່າງໆໃນວົງການ ຕ້ອງກ້າທີ່ຈະຕັດສິນໃຈ ແລະ ລົງມືເຮັດເດີນຕາມຝັນຂອງຕົນເອງ ເພື່ອທີ່ຈະໄດ້ເປັນຕົວແທນຂອງປະເທດລາວເຮົາ ນໍາເອົາວັດທະນະທໍາອັນດີງາມ ສະຖານທີ່ທ່ອງທ່ຽວຂອງລາວ ໄປເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້ ແລະ ຝາກແຟນໆເວທີຊາຍງາມ ຕິດຕາມ ແລະ ລຸ້ນໄປພ້ອມກັນວ່າ ໃນປີນີ້ໃຜຈະເປັນຜູ້ທີ່ມີຄວາມພ້ອມທີ່ສຸດ ທີ່ຈະໄດ້ຮັບສອງຕໍາແໜ່ງໃຫຍ່ຈາກເວທີນີ້ ຖ້າຕິດຕາມຕອນຕໍ່ໄປທີ່ ເພຈ MISTER LAOS ນັ້ນເອງ.