ນໍ້າເຜິ້ງພູເຂົາຄໍາ ເມືອງໃໝ່ ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ

80

ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຜົ້ງສາລີ ຮ່ວມກັບອົງການປົກຄອງເມືອງໃໝ່ ຈັດພິທີເປີດປ້າຍກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ນໍ້າເຜິ້ງພູເຂົາຄໍາ ຂອງວິສາຫະກິດສ່ວນບຸກຄົນ ມະນີວັນ ເກັບຊື້ ແລະ ແປຮູບນໍ້າເຜິ້ງສົດ ຂຶ້ນວັນທີ 16 ກັນຍາ 2022 ທີ່ບ້ານນາກາງ, ເມືອງໃໝ່, ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ຫົວໜ້າຫົວໜ້າຄະນະກໍາມະການຄັດເລືອກສິນຄ້າ ໂອດ໊ອບ ຂັ້ນແຂວງ, ມີ ທ່ານ ພອນສະຫວັນ ມະນີວົງສີ ຮອງເຈົ້າເມືອງໆໃໝ່, ຄະນະກຳມະການຄັດເລືອສິນຄ້າໂອດອບຂັ້ນແຂວງ-ເມືອງ, ຕາງໜ້າກຸ່ມຜະລິດນໍ້າເຜິ້ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນ​ພິ​ທີ​ຄະນະຈັດຕັ້ງໄດ້ສະເໜີຈຸດປະສົງ, ຈາກນັ້ນເຈົ້າຂອງຜະລິດຕະພັນນໍ້າເຜິ້ງພູເຂົາຄໍາ ໄດ້ລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາ, ສະພາບການຜະລິດ ແລະ ແຜນການຕໍ່ໜ້າ ຂອງການຜະລິດນໍ້າເຜິ້ງພູເຂົາຄໍາ ໂດຍ ​ທ່ານ ນາງ ມະ​ນີ​ວັນ ຜູ້​ປະ​ກອບ​ການ​ໃຫ້​ຮູ້​ວ່າ: ປະ​ຊາ​ຊົນ ​ບ້ານກິ່ວ​ກະ​ແຫຼະ ແມ່ນບ້ານໜຶ່ງທີ່ມີ​ມູນ​ເຊື້ອ​ການ​ລ້ຽງ​ເຜິ້ງ​ມາ​​ແຕ່​ດົນ​ນານ ແລະ ຈົນສຶບ​ທອດ​ມາ​ເຖິງ​ປັດ​ຈຸ​ບັນ, ແຕ່​ໃນ​ເມື່ອ​ກ່ອນເຕັກ​ນິກ​ ແລະ ວິ​ທີ​ການ​ລ້ຽງ​ຍັງ​ເປັນ​ແບບ​ປະ​ຖົມ​ປະ​ຖານ, ມາ​ຮອດ​ປີ 2018 ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຈຶ່ງໄດ້ຄົ້ນຄວ້າ​ນຳ​ພາ​ອົງ​ການ​ປົກ​ຄອງ​ບ້ານ, ຕາງ​ໜ້າ​ກຸ່​ມ​ຜະ​ລິດ ເຂົ້າ​ຮ່ວມຝຶກ​ອົບ​ຮົມ​ການ​ລ້ຽງ​ເຜິ້ງ ​ຢູ່ທີ່ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ເຮັດ​ໃຫ້​ປະ​ຊາ​ຊົນ​ບ້ານ​ກິ່ວ​ກະ​ແຫຼະ ມີຄວາມສົນໃຈ​ຫັນ​ມາ​ລ້ຽງ​ເຜິ້ງ ນັບມື້ຫຼາຍຂື້ນ. ຍ້ອນແນວນັ້ນ, ຕົນເອງຈຶ່ງໄດ້ມີຄວາມສົມໃຈ ແລະ ຕິດ​ຕໍ່​ພົວ​ພັນ​ເກັບ​ຊື້​ນ້ຳ​ເຜິ້ງ​ສົດ​ຈາກ​ກຸ່ມ​ຜະ​ລິດ​ນ້ຳ​ເຜິ້ງ ບ້ານ​ກີ່ວ​ກະ​ແຫຼະ ເພື່ອນໍາມາ​​ແປ​ຮູບ ແລະ ​ຍົກລະດັບການຫຸ້ມ​ຫໍ່ເປັນສິນຄ້າສໍາເລັດຮູບ ເຊິ່ງໃນເບື້ອງຕົ້ນໄດ້ມີການ ​ຊື້-ຂາຍ ພຽງແຕ່ 1.500-2.000 ລິດຕໍ່ປີ ແລະ ຄາດວ່າໃນອານາຄົດແມ່ນຈະ​ເພີ່ມ​ກຳ​ລັງ​ການ​ຊື້​ນ້ຳ​ເຜິ້ງ​ສົດຕື່ມອີກ.

ທັງນີ້, ຕິດພັນກັບວຽກງານດັ່ງກ່າວ ທາງວິສາຫະກິດສ່ວນບຸກຄົນ ມະນີວັນ ເກັບຊື້ ແລະ ແປຮູບນໍ້າເຜິ້ງສົດ ກໍຈະປັບ​ປຸງ​ເຕັກ​ນິກ​ການ​ຜະ​ລິດ​ ແລະ ການ​ແປ​ຮູບ​ຜະ​ລິດ​ຕະ​ພັນ​ໃຫ້​ມີ​ຄຸນ​ນະ​ພາບ, ມີຫຼາກຫຼາຍ ຫຼາຍ​ຮູບ​ແບບຕື່ມອີກດ້ວຍ; ຈາກນັ້ນ, ຕາງໜ້າຄະນະກໍາມະການຄັດເລືອກສິນຄ້າ ໂອດ໊ອບ ຂັ້ນເມືອງ ລາຍງານສະພາບການສົ່ງເສີມການຜະລິດ ເປັນສິນຄ້າຂອງເມືອງໃໝ່ ໂດຍສະເພາະວຽກງານ ໂອດ໊ອບ ແລະ ແຜນການໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ ໃນພິທີດັ່ງກ່າວ ທ່ານ ທະນູຄໍາ ປິດຈະວົງ ໄດ້ມອບໃບອະນຸຍາດນຳໃຊ້ກາໝາຍ ໂອດ໊ອບ ແລະ ໃຫ້ວິສາຫະກິດສ່ວນບຸກຄົນ ມະນີວັນ ເກັບຊື້ ແລະ ແປຮູບນໍ້າເຜິ້ງສົດ ນໍ້າເຜີ້ງພູເຂົາຄໍາ
​ຕອນ​ທ້າຍ​, ທ່ານ ທະ​ນູ​ຄຳ ປິດ​ຈະ​ວົງ ໄດ້​ໂອ້​ລົມ​ທ່ານໄດ້ສະແດງຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ມາ​ຍັງ​ຄະ​ນະ​ຮັບ​ຜິດ​ຊອບທຸກພາກສ່ວນທຸກໆຂັ້ນ ແລະ ຜູ້​ປະ​ກອບ​ການ ທີ່​ໄດ້ມີຄວາມພະຍາຍາມສູງ, ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ສົ່ງ​ເສີມ ແລະ ຂະ​ຫຍາຍ​ການ​ຜະ​ລິດ​​ກາຍ​ເປັນ​ສິນ​ຄ້າສໍາເລັດຮູບ ເພື່ອຈໍາໜ່າຍຮັບໃຊ້ສັງຄົມ, ພ້ອມທັງຮຽກ​ຮ້ອງ​ມາ​ຍັງ​ພາກ​ລັດ ແລະ ເອ​ກະ​ຊົນ ທຸກໆຂັ້ນ ຫັນ​ມາຊົມໃຊ້ຜະລິດຕະພັນພາຍໃນ ເພື່ອຊື້ເປັນຂອງຝາກຂອງຕ້ອນສູ່ແຂກພາຍໃນ ແລະ ຕ່າງປະເທດ.


ຂ່າວໂດຍ: ແສງສະຫຼາດ ແສງພະຈັນ, ພະແນກ ອຄ ແຂວງຜົ້ງສາລີ