ເອຢິບ ປະກາດປັບຂຶ້ນຄ່າທຳນຽມຜ່ານຄອງຊູເອຊ

33

ສຳນັກຂ່າວຊິນຫົວລາຍງານວ່າ ອົງການບໍລິຫານຄອງຊູເອຊ ( SCA ) ຂອງເອຢິບ ເປີດເຜີຍວ່າ: ຈະປັບຂຶ້ນຄ່າທຳນຽມຜ່ານຄອງຊູເອຊ ( Suez ) ໂດຍຈະປັບຂຶ້ນ 15% ສຳລັບເຮືອທຸກປະເພດ ແລະ 10% ສຳລັບເຮືອບັນທຸກສິນຄ້າ ແລະ ເຮືອທ່ອງທ່ຽວ ນັບແຕ່ປີໜ້າເປັນຕົ້ນໄປ.

May be an image of body of water

SCA ໃຫ້ເຫດຜົນວ່າ: ເນື່ອງຈາກລາຄາພະລັງງານ, ຄ່າມັດຈຳ ແລະ ອັດຕາການເຊົ່າເຮືອເໝົາລຳມີການປັບຂຶ້ນສູງ ແລະ ຄາດວ່າຈະເພີ່ມຂຶ້ນອີກໃນປີໜ້າ, ຄອງຊູເອຊ ຈຶ່ງມີຄວາມຈຳເປັນຕ້ອງປັບຂຶ້ນຄ່າທຳນຽມ ໂດຍຄອງຊູເອຊ ເປັນຄອງທີ່ສຳຄັນທີ່ສຸດໃນການຂົນສົ່ງທາງທະເລ, ເປັນການເຊື່ອມຕໍ່ລະຫວ່າງທະເລເມດີແຕຣີນຽນ ອອກສູ່ທະເລແດງ ເຊິ່ງແຕ່ລະວັນມີເຮືອບັນທຸກສິນຄ້າ, ເຮືອທ່ອງທ່ຽວ ແລະ ເຮືອປະເພດອື່ນໆ ຜ່ານຄອງດັ່ງກ່າວນີ້ເປັນຈຳນວນຫຼວງຫຼາຍ.

May be an image of body of water

ຄະນະຜູ້ບໍລິຫານຄອງຊູເອຊ ເປີດເຜີຍວ່າ: ການປັບຂຶ້ນຄ່າທຳນຽມຜ່ານຄອງຊູເອຊ ເປັນສິ່ງທີ່ຈຳເປັນ ແລະ ບໍ່ສາມາດຫຼີກລ່ຽງໄດ້ ເນື່ອງຈາກວ່າອັດຕາເງິນເຟີ້ທົ່ວໂລກເພີ່ມຂຶ້ນ ສົ່ງຜົນໃຫ້ຄ່າໃຊ້ຈ່າຍໃນການດຳເນີນງານ ແລະ ຕົ້ນທຶນຂອງການບໍລິການເຮືອຢູ່ຄອງຊູເອຊເພີ່ມຂຶ້ນ, ການປັບຂຶ້ນຄ່າທຳນຽມເປັນໄປຕາມກົນໄກການປ່ຽນແປງຂອງຕະຫຼາດຂົນສົ່ງທາງທະເລ ໂດຍຄອງຊູເອຊ ຍັງເປັນເສັ້ນທາງທີ່ມີປະສິດທິພາບຫຼາຍທີ່ສຸດ ແລະ ມີຄ່າໃຊ້ຈ່າຍໜ້ອຍທີ່ສຸດ ເມື່ອທຽບກັບເສັ້ນທາງອື່ນໆ.