ສີລັງກາ ກຽມສະເໜີແຜນປັບໂຄງສ້າງໜີ້ຕໍ່ເຈົ້າໜີ້ຕ່າງປະເທດ

52

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 19 ກັນຍາ 2022 ວ່າ ກະຊວງການເງິນຂອງສີລັງກາ ເປີດເຜີຍວ່າ ລັດຖະບານສີລັງກາ ກຽມສະເໜີບັນຫາເສດຖະກິດທັງໝົດ ແລະ ແຜນສຳລັບການປັບໂຄງສ້າງໜີ້ຕ່າງໆ ລວມທັງເງິນຊ່ວຍເຫຼືອຈາກກອງທຶນການເງິນລະຫວ່າງປະເທດ ( IMF ) ມູນຄ່າຫຼາຍພັນລ້ານໂດລາ ໃຫ້ແກ່ເຈົ້າໜີ້ຕ່າງປະເທດ.

May be an image of 3 people, people standing, outdoors and crowd

ຖະແຫຼງການຂອງກະຊວງການເງິນສີລັງກາ ລະບຸວ່າ: ການເຈລະຈາກ່ຽວກັບການປັບໂຄງສ້າງໜີ້ກັບເຈົ້າໜີ້ ( ຜູ້ໃຫ້ກູ້ ) ຈາກຕ່າງປະເທດນັ້ນ ຈະມີຂຶ້ນໃນວັນທີ 23 ກັນຍານີ້ ເຊິ່ງຈະເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ສາມາດຊັກຖາມໃນເລື່ອງຕ່າງໆໄດ້ ໂດຍເນື້ອຫາຂອງການເຈລະຈາຄັ້ງນີ້ ຈະເປັນການລາຍງານຄວາມຄືບໜ້າຫຼ້າສຸດໃນການພັດທະນາເສດຖະກິດມະຫາພາກຂອງສີລັງກາ ໃຫ້ເຈົ້າໜີ້ຕ່າງປະເທດໄດ້ຮັບຊາບ ລວມທັງເປົ້າໝາຍ, ຫຼັກການຂອງການປະຕິຮູບ ເຊິ່ງໄດ້ຕົກລົງກັບ IMF ໄວ້ແລ້ວ ແລະ ແຜນການຕໍ່ໄປໃນການປັບໂຄງສ້າງໜີ້ຂອງປະເທດ, ພ້ອມທັງຊີ້ໃຫ້ເຫັນເຖິງສະຖານະການຄວາມຫຍຸ້ງຍາກທີ່ສີລັງກາ ກຳລັງປະເຊີນໃນຂະນະນີ້.

May be an image of money