ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ສະຫຼະທຶນສ່ວນຕົວ 15 ຕື້ກວ່າກີບ ສ້າງອາຊີບ, ລົບລ້າງຄວາມທຸກຍາກໃຫ້ປະຊາຊົນ

170

ທ່ານ ເກຍ ອູ໊ສິດທິເດດ  ນັກພັດທະນາດີເດັ່ນແຫ່ງຊາດ, ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ ໃຫ້ຮູ້ວ່າ: ໂຄງການລືບລ້າງຄວາມທຸກຍາກຂອງປະຊາຊົນ ຢູ່ແຂວງສະຫວັນນະເຂດ ໄດ້ມີຫຼາຍຂະແໜງການຂັ້ນຕ່າງໆປະກອບສ່ວນເປັນເງິນ ແລະ ວັດຖຸສິ່ງຂອງ ມູນຄ່າທັງໝົດ 7 ຕື້ກວ່າກີບ; ທຶນຂອງຄອບຄົວຂອງຂ້າພະເຈົ້າ ມູນຄ່າ 15 ຕື້ກວ່າກີບ ແລະ ລວມການຊ່ວຍເຫຼືອທັງໝົດໃນ 3 ປີ ມີມູນຄ່າ 22 ຕື້ກວ່າກີບ.

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ ຕໍ່ກອງປະຊຸມສະຫຼຸບຕີລາຄາຂະບວນການຮັກຊາດ ແລະ ພັດທະນາ ທົ່ວປະເທດ ໃນຫົວຂໍ້ “ການແກ້ໄຂລຶບລ້າງຄວາມທຸກຍາກຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈຳພອນ; ບ້ານຕະຍົງ ແລະ ບ້ານປະແນະ ຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ” ທີ່ ຫໍປະຊຸມແຫ່ງຊາດ ໃນວັນທີ 15 ກັນຍາ 2022.

ທ່ານໃຫ້ຮູ້ວ່າ: ກ່ຽວກັບໂຄງການ “ ລືບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈໍາພອນ”  ແລະ ໂຄງການຮ່ວມໃຈສາຍໄຍໂລມາຄໍາ ເພື່ອສ້າງພື້ນຖານໂຄງລ່າງທີ່ຈໍາເປັນໃຫ້ກັບປະຊາຊົນ, ຈັດຫາແຫຼ່ງນໍ້າກິນນໍ້າໃຊ້ ແລະ ສົ່ງເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຍົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ເປັນໂຄງການທີ່ມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ, ເປົ້າໝາຍເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດຖະບານທີ່ວາງອອກ ດ້ວຍການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງ ເຂົ້າສູ່ລວງເລິກ ຕິດພັນກັບການຊຸກຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ; ເປັນໂຄງການຕົວແບບທີ່ພາກສ່ວນທຸລະກິດເຂົ້າໄປມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ເຊິ່ງເປົ້າໝາຍຫຼັກ ເພື່ອຫັນປ່ຽນການດຳລົງຊີວິດຂອງປະຊາຊົນຄອບຄົວເປົ້າໝາຍ ທີ່ເລື່ອນລອຍ ‘ຂໍທານ’ ເປັນອາຊີບຫາກິນ ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່.

ຜ່ານການປະເມີນຈາກຄະນະກຳມະການເຫັນວ່າ ຊີວິດການເປັນຢູ່ ຂອງປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກໄດ້ຮັບການປັບປຸງດີຂື້ນ, ຢຸດຕິການໄປຂໍທານຮ້ອຍສ່ວນຮ້ອຍ ແລະ ມີປະສິດທິຜົນ. ສະນັ້ນ, ທ່ານເຈົ້າແຂວງຈຶ່ງໄດ້ອອກຂໍ້ຕົກລົງເລກທີ146/ຈຂ.ສຂ ລົງວັນທີ 01 ກຸມພາ 2017 ໃຫ້ສືບຕໍ່ໂຄງການຕື່ມອີກ 2 ປີ (2017-2018) ໂດຍມອບໃຫ້ຂ້າພະເຈົ້າສົມທົບກັບພາກລັດຂັ້ນແຂວງ ແລະ ອໍານາດການປົກຄອງເມືອງຈຳພອນ ຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ລະບຸໄວ້ໃນບົດສະຫຼຸບໂຄງການໄລຍະທີ 1 ຈາກເປົ້າໝາຍເກົ່າ ຈຳນວນ 27 ຄອບຄົວ ເພີ່ມຂື້ນເປັນອີກ 50 ຄອບຄົວ ລວມທັງໝົດເປັນ77 ຄອບຄົວ, ມີຈໍານວນ 482 ຄົນ.

ສໍາລັບບາດກ້າວຂອງການຈັດຕັ້ງປະຕິບັດໂຄງການ ແລະ ບົດຮຽນທີ່ຖອດຖອນໄດ້: ວຽກປຸກລະດົມ ໃຫ້ປະຊາຊົນເຂົ້າຮ່ວມນຳໂຄງການ ແມ່ນເລີ່ມຕົ້ນລົງໄປພົບປະຊາຊົນແຕ່ລະຄອບຄົວ, ໃຫ້ພວກເພີ່ນຮູ້ຈຸດປະສົງເປົ້າໝາຍຂອງໂຄງການ, ໃຫ້ເຂົ້າຮ່ວມປຶກສາຫາລື, ໃຫ້ເຂົ້າເຮັດຕົວຈິງ, ໃຫ້ຮູ້ຜົນໄດ້ຮັບໃນການອອກແຮງງານຂອງພວກເພິ່ນແຕ່ລະໄລຍະ; ວຽກກໍ່ສ້າງພື້ນຖານໂຄງລ່າງ ແມ່ນໄດ້ຄົ້ນຄວ້າ, ຊົດເຊີຍເອົາດິນຈາກປະຊາຊົນໄດ້ 48 ເຮັກຕາກວ່າ ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນໃນເປົ້າໝາຍນຳໃຊ້ສືບທອດໄດ້ (ແຕ່ຫ້າມຊື້-ຂາຍ); ໄດ້ຄົ້ນຄວ້າຫາດິນປຸກສ້າງ, ດິນທຳການຜະລິດໃນຮູບແບບບຸກເບີກຈັດສັນໄດ້ແລ້ວ ແບ່ງປັນກັນກັບເຈົ້າຂອງດິນຕາມທີ່ໄດ້ຕົກລົງກັນໄວ້ໃນເບື້ອງຕົ້ນ; ໄດ້ດິນປຸກສ້າງຈຳນວນ 40 ຕອນໃນເນື້ອທີ່ 5 ເຮັກຕາກວ່າ, ຈັດສັນໃຫ້ 36 ຄອບຄົວເປົ້າໝາຍທີ່ຢູ່ກະແຈກກະຈາຍເຂົ້າມາໂຮມຢູ່ບ້ານໃຫຍ່ໄດ້ທັງໝົດ, ພ້ອມປຸກເຮືອນເຄິ່ງຖາວອນໃຫ້ 36 ຫຼັງ; ໄດ້ສ້ອມແປງ ແລະ ຕໍ່ເຕີມເຮືອນໃຫ້ປະຊາຊົນທັງສອງບ້ານ 82 ຫຼັງ; ສ້ອມແປງຫ້ອງການສູນ ຈັດສັນອາຊີບຄົງທີ່, ຕິດຕັ້ງໄຟຟ້າ, ອຸປະກອນຮັບໃຊ້ໃນສູນ, ປຸກສ້າງຫ້ອງການ, ສະໂມສອນບ້ານໃຫ້ 1 ຫຼັງ ແລະ ໃຫ້ເຄື່ອງກະຈາຍສຽງ 2 ຊຸດ ໃຫ້2ບ້ານ; ປຸກສ້າງສາງເກັບມ້ຽນເຂົ້າ 1 ຫຼັງ, ປຸກສ້າງຕະຫຼາດນ້ອຍ 1 ຫຼັງ, ສ້າງບ່ອນຮຽນຮູ້ຖ່າຍທອດກິດຈະກຳຕ່າງໆ 1 ແຫ່ງ ເພື່ອໃຫ້ປະຊາຊົນແລະນ້ອງນັກຮຽນໄດ້ເຮັດຕົວຈິງ ແຕ່ລະມື້; ຈັດສັນດິນບຸກເບີກເຮັດນາໃໝ່ໄດ້ 200,3 ເຮັກຕາ ໃຫ້ 115 ຄອບຄົວໃນ ແລະ ນອກເປົ້າໝາຍ; ປັບປຸງນາເກົ່າຄືນ 24,2 ເຮັກຕາໃຫ້ປະຊາຊົນໃນ ແລະ ນອກເປົ້າໝາຍ; ຕັດທາງຕາຜ້າບ້ານ, ສ້າງທາງດິນແດງໃໝ່ລວມຄວາມຍາວ 8,7 ກມ.

ພາບປະຊາຊົນບ້ານຄຳປ່າແໜ, ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນະເຂດ ຜູກແຂນໃຫ້ ທ່ານ ເກຍ ອູ໋ສິດທິເດດ ວັນທີ 10.5.2019

ວຽກການຜະລິດ: ໃຫ້ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດ, ພາຫະນະບໍລິຫານ; ຂົນດິນປູກຝັງເຂົ້າໃສ່ເນື້ອທີ່ນາໃໝ່ ແລະ ສວນປູກໄດ້ 650ມ3 ແລະ ເຮັດຝຸ່ນບົ່ມໄດ້ 995 ໂຕນ ໃສ່ສວນປູກ ແລະ ໃສ່ນາ; ເຮັດສວນປູກຜັກໃຫ້ 108 ຕອນ ໃນເນື້ອທີ່ 8 ເຮັກຕາກວ່າ ໃຫ້ 108 ຄອບຄົວ, ໃຫ້ແນວພັນຜັກ 28 ຊະນິດ ພືດໄລຍະສັ້ນ ແລະ ໄລຍະກາງ; ຈົກໜອງສະໃຫຍ່ 117 ໜອງໃນເນື້ອທີ່ 21 ເຮັກຕາກວ່າໃຫ້ 85 ຄອບຄົວໃນ ແລະ ນອກເປົ້າໝາຍ ແລະ 4 ໜອງໃຫ້ເປັນໜອງລວມຂອງບ້ານ; ເຮັດໜອງນ້ອຍປູຜ້າຢາງ 94 ໜອງໃຫ້ 47 ຄອບຄົວ ທົດລອງລ້ຽງປາດຸກ, ລ້ຽງກົບ; ໃຫ້ແນວພັນສັດລ້ຽງເປັນຕົ້ນ: ແບ້, ໝູ, ເປັດ,ໄກ່, ຫອຍ, ປາຫຼາຍຊະນິດ; ຕິດຕັ້ງແອ່ງໃສ່ນ້ຳ 120 ໜ່ວຍ, ຟຸຍຕັດເຄິ່ງ 68 ໜ່ວຍ ສຳລັບໝັກຝຸ່ນຊີວະພາບ; ຕິດຕັ້ງໂຮງສີເຂົ້ານ້ອຍ-ກາງ 3ເຄື່ອງ (ບໍລິການສີໃຫ້ປະຊາຊົນບໍ່ເກັບເງິນ); ຊື້ລົດໄຖນາເດີນຕາມ 2 ຄັນ, ເຄື່ອງຢອດເຂົ້າ 8 ເຄື່ອງ, ຈັກຟາດເຂົ້ານ້ອຍ 10 ເຄື່ອງ, 1 ເຄື່ອງໃຫຍ່; ໄດ້ຊຸກຍູ້ສົ່ງເສີມຮ້ານສ້ອມແປງລົດຈັກ, ລົດຖີບ, ລົດໄຖ, ຕົ້ມເຫຼົ້າໝໍ້ນ້ອຍ, ເປີດຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຂາຍເຝີ; ເກັບຊື້ຜົນຜະລິດຂອງປະຊາຊົນໃນ 2 ບ້ານ ທີ່ເກັບກູ້ໄດ້ ແລະ ຫາມາໄດ້ໃຫ້ທັງໝົດ.

ວຽກການສຶກສາ ແລະ ສາທາລະນະສຸກ: ສ້ອມແປງ, ຕໍ່ເຕີມຫ້ອງຮຽນ, ມອບອຸປະກອນການຮຽນ-ການສອນ ພ້ອມສ້າງເງື່ອນໄຂໃຫ້ລູກຫຼານໃນເກນອາຍຸໃຫ້ໄດ້ເຂົ້າໂຮງຮຽນທັງໝົດ; ໄດ້ປຸກສ້າງໂຮງຮຽນປະຖົມ 1 ຫຼັງ (ສ.ເກົາຫຼີຊ່ວຍ ເຫຼືອ); ສ້າງໂຮງຮຽນອະນຸບານ 1 ຫຼັງ  (ກອງທຶນເດັກດ້ອຍໂອກາດແຂວງຊ່ວຍເຫຼືອ); ສ້າງໂຮງໝໍນ້ອຍ 1 ຫຼັງ (ສ. ເກົາຫຼີຊ່ວຍເຫຼືອ); ເຈາະນ້ຳບາດານໃຫ້ 142 ບໍ່ (ໃຫ້ບ້ານ ຄຳປ່າແໜ 115 ບໍ່, ແລະ ບ້ານປ່າກ້ວຍ 27 ບໍ່); ປະກອບຕູ້ຢາປະຈຳສູນ; ກໍ່ສ້າງວິດຖ່າຍໄດ້ 65 ຫ້ອງ ໃຫ້65 ຄອບຄົວ.

ນຳໃຊ້ເຕັກນິກ ໃນການປູກເຂົ້ານາທີ່ເປັນດິນຊາຍ

ວຽກສະຫວັດດີການ-ສັງຄົມ ແລະ ສາສະໜາ: ເຮັດບັດປະກັນສັງຄົມໃຫ້ຄອບຄົວເປົ້າໝາຍ; ຕັ້ງກອງທຶນປະກັນສຸຂະພາບໄດ້ 300 ລ້ານກີບ; ຕັ້ງກອງທຶນເຂົ້າເປືອກໄດ້ 126ໂຕນ ໃຫ້ປະຊາຊົນຜູ້ຂາດເຂີນມາຢືມກິນ ໄດ້ຜົນຜະລິດແລ້ວ ໃຊ້ແທນຄືນ; ຊື້ດິນ 1 ຕອນສ້າງສຳນັກສົງບ້ານຄຳປ່າແໜ, ຮ່ວມກັບປະຊາຊົນຈັດຕັ້ງບຸນບ້ານ 3 ຄັ້ງ ຊຶ່ງເຂົາເຈົ້າບໍ່ເຄີຍເຮັດບຸນມາກ່ອນ,ປັດຈຸບັນປະຊາຊົນທັງສອງບ້ານ ໄດ້ເຊື່ອຖືສາດສະໜາພຸດທັງໝົດ.

ທ່ານໃຫ້ຮູ້ຕື່ມວ່າ: ນອກຈາກຂ້າພະເຈົ້າໄດ້ຊ່ວຍເຫຼືອແລ້ວ, ກໍ່ຍັງມີຫຼາຍພາກສ່ວນຂອງອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ກໍ່ໄດ້ຊ່ວຍເຫຼືອເປັນເງິນ ແລະ ວັດຖຸ ພ້ອມມີວິຊາການຈາກຫຼາຍຂະແໜງການຂັ້ນຕ່າງໆ ໄດ້ປພະກອບສ່ວນເປັນເງິນ ແລະ ວັດຖຸສິ່ງຂອງຫຼາຍຢ່າງມີມູນຄ່າທັງໝົດ 7 ຕື້ກວ່າກີບ; ທຶນຂອງຄອບຄົວ ມີມູນຄ່າ 15 ຕື້ກວ່າກີບ ລວມການຊ່ວຍເຫຼືອທັງໝົດໃນ 3 ປີ ມີມູນຄ່າ 22 ຕື້ກວ່າກີບ. ມາຮອດມື້ນີ້ ປະຊາຊົນໃນສອງບ້ານມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງພັກ-ລັດສູງ, ເຂົາເຈົ້າໄດ້ເປັນ ເຈົ້າຂອງຊັບສິນຫຼາຍສິ່ງຫຼາຍຢ່າງເປັນຂອງຕົນເອງ ທີ່ເມື່ອກ່ອນພວກເພິ່ນບໍ່ເຄີຍມີ, ຄອບຄົວເປົ້າໝາຍໄດ້ຖອຍຫ່າງຈາກການໄປຂໍທານ, ການເຊື່ອຖືແບບຮີດເກົ່າຄອງເດີມ, ເລື່ອນລອຍ, ຄວາມຫຍໍ້ທໍ້ອື່ນໆກໍ່ໄດ້ຫຼຸດລົງໄດ້ພ້ອມກັນຫັນປ່ຽນມາສູ່ການດຳລົງຊີວິດແບບໃໝ່.

ມາຮອດວັນທີ 29 ເມສາ 2019 ທ່ານເຈົ້າແຂວງໄດ້ເປີດກອງປະຊຸມ ສະຫຼຸບຕີລາໃນໄລຍະ 3 ປີ ການມີສ່ວນຮ່ວມຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ວ່າ: ເປັນໂຄງການທີ່ມີປະສິດທິຜົນ, ໃຫ້ການຊ່ວຍເຫຼືອຫຼາກຫຼາຍສອດຄ່ອງກັບຄວາມຕ້ອງການ, ການຜະລິດມີລັກສະນະຄົບວົງຈອນ, ການຖ່າຍທອດທາງດ້ານເຕັກນິກມີລັກສະນະງ່າຍດາຍ, ການດຳເນີນກິດຈະກຳຕ່າງໆມີຄວາມວ່ອງໄວ, ທັນກັບສະພາບ, ທັນລະດູການຖືກໃຈປະຊາຊົນ, ຄ່າໃຊ້ຈ່າຍຕ່ຳ, ເວລາສັ້ນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຫັນປ່ຽນວິຖີໃນການດຳລົງຊີວິດແບບໃໝ່, ກອງປະຊຸມໄດ້ຢັ້ງຢືນເຖິງຜົນສຳເລັດທີ່ໜ້າຊື່ນຊົມ ແລະ ໄດ້ປິດໂຄງການນີ້ນັບແຕ່ມື້ສະຫຼຸບຕີລາຕາເປັນຕົ້ນມາ.