ໂຮງງານຜະລິດແປ້ງມັນຕົ້ນ ເມືອງໝື່ນ ຄາດຈະຜະລິດແປ້ງມັນຕົ້ນໃຫ້ໄດ້ 22.000-25.000 ໂຕນຕໍ່ປີ

102

ໂຮງງານພະລິດແປ້ງມັນຕົ້ນ ຢູ່ບ້ານນ້ຳແພດ, ເມືອງໝື່ນ, ແຂວງວຽງຈັັນ 1 ປີຜ່ານມາ ສາມາດເກັບຊື້ມັນຕົ້ນຈາກພໍ່ແມ່ປະຊາຊົນໄດ້ 24.600 ໂຕນ ມູນຄ່າປະມານ 49 ຕື້ກວ່າກີບ ແລະ ວາງແຜນປີໜ້ານີ້ ຈະຮັບຊື້ມັນຕົ້ນດີບໃຫ້ໄດ້ 26.000-30.000 ໂຕນ ໃຫ້ຕອບສະໜອງແກ່ການຜະລິດແປ້ງມັນຕົ້ນໃຫ້ໄດ້ 22.000-55.000 ໂຕນຕໍ່ປີ.

ວັນທີ 16 ກັນຍາ 2022 ຜ່ານມາ, ທ່ານ ບຸນສອນ ເພັດລາວັນ ສະມາຊິກສະພາແຫ່ງຊາດ ປະຈຳເຂັດເລືອກຕັ້ງທີ 10 ແຂວງວຽງຈັນ ທັງເປັນປະທານສະພາປະຊາຊົນແຂວງ ແລະ ທ່ານ ບົວແກ້ວ ພອນໄຊສະຫວັດ ສະມາຊິກສະພາປະຊາຊົນແຂວງວຽງຈັນ ປະຈຳເຂດເລືອກຕັ້ງເມືອງໝື່ນ ໄດ້ລົງພົບປະຢ້ຽມຢາມໂຮງງານພະລິດແປ້ງມັນຕົ້ນ ຢູ່ບ້ານນ້ຳແພດ, ເມືອງໝື່ນ, ແຂວງວຽງຈັັນໂດຍການນຳພາຂອງ ທ່ານ ສຸພິດ ອີນທະໂພທອງ ຫົວໜ້າກຸຸ່ມບ້ານເມືອງໝື່ນ ແລະ ຕ້ອນຮັບຂອງ ທ່ານ ຫງຽນກົງດຶກ ເຈົ້າຂອງໂຮງງານພະລິດແປ້ງມັນຕົ້ນ.

ທ່ານ ຫງຽນກົງດຶກ ເຈົ້າຂອງໂຮງງານພະລິດແປ້ງມັນຕົ້ນ ໄດ້ລາຍງານສະພາບເຄື່ອນໄຫວຂອງໂຮງງານໃນໄລຍະ 1 ປີຜ່ານມາເຊິ່ງໄດ້ຮູວ່າ: ໃນໄລຍະ 1 ປີຜ່ານທາງໂຮງງານໄດຈັດຊື້ມັນຕົ້ນດີບຈາກພໍ່ແມ່ນປະຊາຊົນຊາວເມືອງໝື່ນ, ຊື້ຈາກປະຊາຊົນເມືອງເຟືອງເມືອງຊະນຄາມ ແລະ ພາກສ່ວນອື່ນອີກ ລວມທັງໝົດ 1 ປີຜ່ານມາ ສາມາດຮັບຊື້ໄດ້ທັງໝົດ 24.600 ໂຕນລວມມູນຄ່າປະມານ 49 ຕື້ກວ່າກີບ, ສຳລັບຜົນຜະລິດ ປີຜ່ານມາທາງໂຮງງານຜະລິດໄດ້ປະມານ 18.000 ໂຕນ, ໄດ້ຈັດສົ່ງຂາຍທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ວາງແຜນວ່າປີຕໍ່ໜ້ານີ້ ຈະຮັບຊື້ມັນຕົ້ນດີບໃຫ້ໄດ້ທັງໝົດ 26.000 ຫາ 30.000 ໂຕນ ໃຫ້ຕອບສະໜອງແກ່ການພະລິດແປ້ງມັນຕົ້ນໃຫ້ໄດ້ 22.000 ຫາ 25.000 ໂຕນຕໍ່ປີ.

ທ່ານ ຫງຽນກົງດຶກ ເຈົ້າຂອງໂຮງງານພະລິດແປ້ງມັນຕົ້ນຍັງໄດ້ຮູ້ຕື່ມອີກວ່າ: ປັດຈຸບັນທັງບໍລິສັດມີພະນັກງານປະຈຳຢູ່ໂຮງງານທັງໝົດ 78 ຄົນ, ພະນັກງານລາຍວັນ 42 ຄົນ ລວມ 120 ຄົນ, ມີນະໂຍບາຍເງິນເດືອນໃຫ້ແກ່ພະນັກງານປະຈຳຕ່ຳສຸດ 2.200.000 ກີບຕໍ່ຄົນຕໍ່ເດືອນ ແລະ ສູງສຸດ 8 ລ້ານກວ່າກີບຕໍ່ຄົນຕໍ່ເດືອນ, ພະນັກງານລາຍວັນແມ່ນ 70.000 ກີບຕໍ່ວັນ. ພ້ອມວາງແຜນໄວ້ວ່າຕໍ່ໜ້າລະດຸເກັບມັນຕົ້ນດີບ ໂຮງງານຍັງຈະຕ້ອງການພະນັກງານທີ່ຢູ່ໃນພື້ນທີ່ຂອບເຂດເມືອງໝື່ນຕື່ມອີກ.

ແຫຼ່ງຂ່າວເມືອງໝື່ນ, ຂ່າວ-ພາບ: ຄຳເພັດ