5 ອາການຂອງຄົນເປັນພະຍາດກະເພາະປະສາດ ຫຼື ຄຽດລົງກະເພາະ

132

“ ພະຍາດຄຽດລົງກະເພາະ ” ຫຼື “ ກະເພາະປະສາດ ” ມັກຈະເກີດຂຶ້ນກັບຄົນໄລຍະອາຍຸ 18 – 35 ປີ ເນື່ອງຈາກວ່າອາຍຸໄວນີ້ແມ່ນມັກຈະມີຄວາມຄຽດຫຼາຍ ມີຄວາມຄຽດສະສົມໃນແຕ່ລະມື້.
ເປັນຫຍັງຄຽດແລ້ວຈຶ່ງລົງກະເພາະ? ລະບົບປະສາດອັດຕະໂນມັດໄປກະຕຸ້ນຕ່ອມໝາກໄຂ່ຫຼັງໃຫ້ຫຼັ່ງຮໍໂມນອະດຣີນາລີນອອກມາ.
ຕ່ອມໄທລອຍຫຼັ່ງຮໍໂມນເລັ່ງປະຕິກິລິຍາການເຜົາຜານອາຫານອອກມາຫຼາຍ ເຮັດໃຫ້ນອນບໍ່ຫຼັບ ແລະ ຫິວຕະຫຼອດ.
ຄວາມຄຽດເຮັດໃຫ້ການເຮັດວຽກຂອງກະເພາະອາຫານ ແລະ ລຳໄສ້ຢຸດກະທັນຫັນ.
ມື້ນີ້ເຮົາຮູ້ 5 ອາການຂອງຄົນເປັນພະຍາດກະເພາະປະສາດ ຫຼື ຄຽດລົງກະເພາະ ເຊິ່ງຈະມີພະຍາດຫຍັງແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ!:

1. ເຈັບທ້ອງສ່ວນເທິງ ເວລາທ້ອງວ່າງ
2. ແສບຮ້ອນໜ້າເອິກ ອາຫານບໍ່ຍ່ອຍ
3. ທ້ອງປັ່ນປວນ, ປວດຮາກ ຫຼື ຮາກ
4. ແໜ້ນທ້ອງ ເອື້ອມມີກິ່ນເໝັນສົ້ມ
5. ນອນບໍ່ຫຼັບ

ສໍາລັບໃຜທີ່ມີອາການແບບນີ້ ໃຫ້ເບິ່ງແຍງຕົວເອງແດ່ເດີ ສໍາລັບວິທີການປິ່ນປົວແມ່ນປະຕິບັດຕາມນີ້:
– ປັບປ່ຽນພຶດຕິກໍາການກິນ, ກິນອາຫານເປັນໂມງ – ເປັນເວລາ, ກິນອາຫານລົດຊາດຈືດລົງ ງົດອາຫານລົດຊາດຈັດ ( ເຜັດ, ເຄັມ, ມັນ )
– ຫຼຸດຜ່ອນຄວາມຄຽດ
– ປຶກສາແພດ
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ຈາກ: ໝໍອຸ Wealthylife )
[ ຮຽບຮຽງ: ເມລີ;
ຮູບ: Google ]