ຢາພື້ນເມືອງລາວ ກາເສືອ 1 ໂຕ ເໝາະກັບທຸກເພດທີ່ມີອາຍຸ 18 ປີຂຶ້ນໄປ

168

ຢາກາເສືອ 1 ໂຕ ເປັນທີ່ຂຶ້ນຊື່ລືຊາມາດົນນານ ໂດຍສະເພາະເພດຍິງທີ່ຢູ່ກໍາມັກຕົ້ມດື່ມປະຈໍາ ເພື່ອສຸຂະພາບທີ່ດີ ແລະ ຄືນສະພາບຄວາມສາວໂດຍໄວ ຂະນະທີ່ເພດຊາຍມັກຈະບອງເຫຼົ້າດື່ມ ເຊົ້າ – ແລງ ເຮັດໃຫ້ຮ່າງກາຍແຂງແຮງໜຸ່ມແໜ້ນກວ່າໄວ.
ຜະລິດຕະພັນນີ້ ແມ່ນໄດ້ມີການຜະລິດ ແລະ ປຸງແຕ່ງມາແຕ່ປີ 1987 ເປັນຕົ້ນມາ ແລະ ໄດ້ຮັບກາໝາຍເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ) ໃນປີ 2018 ເຊິ່ງໄດ້ສ້າງຄວາມໜ້າເຊື່ອຖື ແລະ ສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນໄປໃນຕົວ.
ສັບພະຄຸນຕົ້ນຕໍຂອງ ຢາພື້ນເມືອງກາເສືອ 1 ໂຕ ແມ່ນເປັນຢາບຳລຸງເລືອດ, ບຳລຸງເພດຍິງ ທີ່ປະຈຳເດືອນມາບໍ່ປົກກະຕິ, ແມ່ຍິງອອກລູກໃໝ່ຢູ່ໄຟກໍາ ກໍສາມາດກິນໄດ້ ຊ່ວຍຂັບນ້ຳຄາວປາ ແລະ ເຮັດໃຫ້ມົດລູກເຂົ້າອູ່ໄວດ້ວຍວິທີການຕົ້ມດື່ມ. ສຳລັບທ່ານຊາຍເປັນຢາບຳລຸງຮ່າງກາຍແກ້ປວດເມື່ອຍ, ເຮັດໃຫ້ກິນເຂົ້າແຊບ, ນອນຫຼັບດີ ສ່ວນຫຼາຍຈະບອງເຫຼົ້າດື່ມປະຈໍາ.


ປັດຈຸບັນຜະລິດຕະພັນຢາພື້ນເມືອງລາວ ກາເສືອ 1 ໂຕ ຖ້າທຽບໃສ່ເມື່ອກ່ອນແມ່ນມີຍອດສັ່ງຊື້ ຫຼື ຍອດຂາຍຫຼຸດລົງ ເນື່ອງຈາກວ່າຕາມທ້ອງຕະຫຼາດມີຫຼາກຫຼາຍຜະລິດຕະພັນໃຫ້ຜູ້ຄົນເລືອກໃຊ້ຫຼາຍກວ່າແຕ່ກ່ອນ ເຊິ່ງກຸ່ມຜູ້ບໍລິໂພກສ່ວນຫຼາຍແມ່ນເພດຍິງ ແລະ ຊາຍ ທີ່ມີອາຍຸ 18 ປີຂຶ້ນໄປ ສາມາດບໍລິໂພກໄດ້ ໃນ 2 ແບບ ຄື: ບອງເຫຼົ້າດື່ມ ແລະ ຕົ້ມໃສ່ນໍ້າແລ້ວດື່ມ.
ແນວໃດກໍຕາມ ອີງໃສ່ ຄວາມຕ້ອງການຂອງຕະຫຼາດຍຸກໃໝ່ທີ່ນິຍົມດື່ມນໍ້າອຸ່ນ ເຊົ້າ – ແລງເປັນປະຈໍາ ທາງຫ້ອງປຸງແຕ່ງຢາພື້ນເມືອງກາເສືອ 1 ໂຕ ກໍມີແຜນທີ່ຈະເພີ່ມຜະລິດຕະພັນອອກມາເປັນຮູບແບບໃໝ່ພາຍໃນທ້າຍປີນີ້ ເພື່ອຕອບໂຈດບັນຫາສຸຂະພາບຂອງລູກຄ້າ ເຊິ່ງເຫັນໄດ້ວ່າ ປັດຈຸບັນຫຼາຍໆຄົນຫັນມາສົນໃຈໃນການບໍລິໂພກຢາພື້ນເມືອງຫຼາຍຂຶ້ນ ແລະ ທຸກຄົນຫັນມາເບິ່ງແຍງສຸຂະພາບຕົນເອງແບບຈິງຈັງຕ່າງຈາກເມື່ອກ່ອນຫຼາຍ ທາງບໍລິສັດ ຈຶ່ງຕ້ອງມີການພັດທະນາການຜະລິດ ແລະ ເພີ່ມຜະລິດຕະພັນໃໝ່ ເພື່ອຕໍ່ຍອດໃນການສ້າງລາຍຮັບໄປຄຽງຄູ່ກັນ.
ຫ້ອງປຸງແຕ່ງຢາພື້ນເມືອງກາເສືອ 1 ໂຕ ຕັ້ງຢູ່ເຮືອນເລກທີ 254 ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.