ວິທີປູກໜໍ່ໄມ້ຝຣັ່ງໄວ້ກິນ ແບບສະບາຍ

130

ທຳອິດແມ່ນຕ້ອງຂຸດດິນ ຫຼື ໄຖດິນ ແລ້ວຕາກໄວ້ 1 ອາທິດ ກຳຈັດວັດສະພືດ ແລະ ແມງໄມ້, ຈາກນັ້ນໃຫ້ຕີຄູເປັນໜານສູງ 30 ຊັງຕີແມັດ, ກວ້າງ 1 ແມັດ ໂດຍປະສົມປຸ໋ຍຄອກ, ປຸ໋ຍໝັກ, ປຸ໋ຍເຄມີ, ປູນຂາວ ລົງດິນໃຫ້ສະໝໍ່າສະເໝີ. ຈາກນັ້ນກໍປັບໜ້າດິນໃຫ້ ລຽບ ແລ້ວເຮັດເປັນຂຸມສຳລັບຢອດເມັດ ກະໃຫ້ເລິກປະມານ 2 ຊັງຕີແມັດ, ເວັ້ນໄລຍະ 20 – 30 ຊັງຕີແມັດ ແລະ ແຕ່ລະແຖວ ຫຼື ໜານ ແມ່ນຄວນຫ່າງກັນປະມານ 1 – 1,5 ແມັດ, ແລ້ວກໍຢອດເມັດລົງໄປຂຸມລະແກ່ນ 1 – 3 ແກ່ນ ແລ້ວເອົາດິນປົກ, ຈາກນັ້ນກໍເອົາເຟືອງປົກບາງໆດ້ານເທິງ ແລະ ຫົດນໍ້າປົກກະຕິເຊົ້າ – ແລງ; ປູກໄປປະມານ 10 – 15 ວັນ ຕົ້ນໜໍ່ໄມ້ຝຣັ່ງຈະປົ່ງໜໍ່ອອກມາ 1 – 2 ຊັງຕີແມັດ, ຈາກນັ້ນຈຶ່ງຄ່ອຍໃສ່ປຸ໋ຍເລັ່ງ ແລະ ຫຼົກຫຍ້າ.


ການເພາະແກ່ນ ຫຼື ກ້າເບ້ຍ ໃນຖົງແລ້ວປູກລົງໜານ: ສຳລັບການເພາະເບ້ຍໃນຖົງ ໃຫ້ເຮົາປະສົມດິນຮ່ວນ 1 ສ່ວນລົງໄປກັບແກບ 1 ສ່ວນ ແລະ ປຸ໋ຍອິນຊີ 1 ສ່ວນ ຈາກນັ້ນຄົນໃຫ້ເຂົ້າກັນ ແລ້ວຮ່າຍໃສ່ຖົງກ້າເບ້ຍ ແລ້ວຢອດແກ່ນແນວພັນລົງໄປ, ນຳໄປຕັ້ງໄວ້ກາງແຈ້ງ, ຫົດນໍ້າທຸກມື້ ເຊົ້າ – ແລງ ປະມານ 3 – 4 ເດືອນເບ້ຍໜໍ່ໄມ້ຝຣັ່ງກໍເຕີບໂຕແຂງແຮງ ພ້ອມແກ່ການຍ້າຍໄປລົງດິນ.
ການເລືອກເບ້ຍແມ່ນຕ້ອງເອົາເບ້ຍທີ່ແຂງແຮງ, ຈາກນັ້ນຕັດຍອດເບ້ຍໃຫ້ສັ້ນປະມານ 15 ຊັງຕີແມັດ ແລ້ວແຊ່ຮາກລົງນໍ້າທີ່ປະສົມຢາປ້ອງກັນເຊື້ອຣາ ປະມານ 15 ນາທີ ແລ້ວຄ່ອຍນຳໄປປູກ ລະວັງຢ່າໃຫ້ຮາກຂາດ ແລະ ເວລາທີ່ເໝາະແກ່ການຍ້າຍປູກແມ່ນໄລຍະຕອນບ່າຍໆທີ່ແດດອ່ອນແລ້ວ ເຊິ່ງການປູກແມ່ນຕ້ອງແຜ່ຮາກອອກໃຫ້ກະຈາຍ ພ້ອມປົກດິນອ້ອມຕົ້ນໃຫ້ສູງຂຶ້ນມາ ແລ້ວທັບໃຫ້ແໜ້ນ ແລະ ຫົດນໍ້າໃຫ້ປຽກ.


ໜໍ່ໄມ້ຝຣັ່ງ ເປັນພືດທີ່ມັກດິນຮ່ວນປົນຊາຍ, ຕ້ອງການແສງແດດທີ່ຊ່ອງເຖິງໜ້າດິນ, ຕ້ອງການນໍ້າສະໝໍ່າສະເໝີ, ມັກດິນຊຸ່ມໆ ແຕ່ບໍ່ມັກດິນປຽກ, ການບໍາລຸງຮັກສາແມ່ນໃສ່ປຸ໋ຍອິນຊີ, ປຸ໋ຍເຄມີບາງຄັ້ງ, ໝັ່ນເສຍຫຍ້າ, ໝັ່ນໂກຍດິນຖົມຕົ້ນເປັນປະຈຳ ແລະ ທີ່ສຳຄັນໜໍ່ໄມ້ຝຣັ່ງທີ່ແຕກໜໍ່, ແຕກກ້ານເພີ່ມຂຶ້ນເລື້ອຍໆ, ສະນັ້ນຖ້າບໍ່ຢາກໃຫ້ຍາດອາຫານກັນເອງຈົນໜໍ່ໄມ້ຝຣັ່ງລີບ ຄວນຕັດແຕ່ງຊົງຕະຫຼອດ, ຖອນຕົ້ນທີ່ມີສະພາບບໍ່ດີອອກ ເຫຼືອໄວ້ແຕ່ຕົ້ນທີ່ມີສຸຂະພາບດີ.
ໜໍ່ໄມ້ຝຣັ່ງ ຈະສາມາດເກັບກ່ຽວໄດ້ຕອນອາຍຸ 4 ເດືອນ ຫຼື ເມື່ອໜໍ່ພົ້ນດິນປະມານ 20 – 25 ຊັງຕີແມັດ ບໍ່ເກີນ 30 ຊັງຕີແມັດ ເຊິ່ງໄລຍະທີ່ອອກທຳອິດແມ່ນໃຫ້ເກັບສະເພາະໜໍ່ທີ່ຂຽວກ່ອນ ແລ້ວດົນໄປຈຶ່ງເກັບໜໍ່ສີຂາວໃນໄລຍະ 2 – 3 ປີ ເນື່ອງຈາກໄລຍະປູກໃໝ່ໜໍ່ຂາວຍັງບໍ່ທັນສົມບູນ.


ສ່ວນວິທີແຍກໜໍ່ສີຂຽວ ກັບ ໜໍ່ສີຂາວ ແມ່ນ: ໜໍ່ຂຽວຈະເປັນໜໍ່ອ່ອນປົ່ງຂຶ້ນພົ້ນດິນຫຼາຍກວ່າ 17 ຊັງຕີແມັດ, ໃຫ້ເກັບກ່ຽວການຂຸດດິນ ຫຼື ເອົາສຽມສັບດິນລົງໄປແລ້ວໃຊ້ມືດຶງເອົາໜໍ່ອອກມາ, ຈາກນັ້ນໂກຍດິນຖົມຄືນ. ສ່ວນໜໍ່ຂາວ ແມ່ນເປັນໜໍ່ຢູ່ພື້ນດິນ ສະນັ້ນຫຼັງຈາກປູກຄວນໂກຍດິນໃຫ້ສູງຕາມຄວາມຍາວທີ່ຕ້ອງການ ແຕ່ສ່ວນຫຼາຍກໍຈະຍາວປະມານ 17 ຊັງຕີແມັດ.