ກຳປູເຈຍ ຮຽກຮ້ອງອາຊຽນ ດຶງດູດປະເທດເສດຖະກິດຂະໜາດໃຫຍ່ເຂົ້າຮ່ວມອາເຊັບ

27

ສຳນັກຂ່າວຊິນຫົວ ລາຍງານວ່າ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ໃນນາມປະທານອາຊຽນ ໄດ້ຮຽກຮ້ອງໃຫ້ອາຊຽນ ເພີ່ມທະວີການຮ່ວມມືກັນ ຊັກຊວນປະເທດເສດຖະກິດຂະໜາດໃຫຍ່ ແຫ່ງອື່ນ ເຂົ້າຮ່ວມ ເປັນສະມາຊິກ ອາເຊັບ (RCEP) ໃຫ້ຫລາຍຂຶ້ນ.

May be an image of 3 people and people standing

ສົມເດັດ ຮຸນເຊັນ ກ່າວໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 54 ແລະ ກອງປະຊຸມທີ່ກ່ຽວຂ້ອງໃນແຂວງ   ສຽມຣຽບ ໂດຍໄດ້ຮຽກຮ້ອງໃຫ້ບັນດາສະມາຊິກອາຊຽນ ຈົ່ງພ້ອມກັນຊອກຫາວິທີທາງດຶງດູດປະເທດເສດຖະກິດໃຫຍ່ອື່ນໆ ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດພາກພື້ນ ( RCEP ) ເພື່ອຜົນປະໂຫຍດສູງສຸດ.

May be an image of 2 people, people sitting and people standing

ປັດຈຸບັນ ອາເຊັບ ມີສະມາຊິກ 15 ປະເທດ ປະກອບດ້ວຍສະມາຊິກອາຊຽນ 10 ປະເທດ ແລະ ຄູ່ເຈລະຈາ ອີກ 5 ປະເທດ ລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕຣາລີ ແລະ ນິວຊີແລນ ຖືເປັນຂໍ້ຕົກລົງການຄ້າເສລີ ( FTA ) ທີ່ໃຫຍ່ສຸດໃນໂລກ ເນື່ອງຈາກມູນຄ່າ ຈີດີພີ ຂອງສະມາຊິກອາເຊັບ ລວມກັນ ກວມເອົາ 1/3 ຂອງໂລກ ດ້ວຍມູນຄ່າ 26 ພັນຕື້ກວ່າໂດລາສະຫະລັດ ກວມເອົາປະຊາກອນ 2.200 ລ້ານຄົນ ຫຼື 1/3 ຂອງປະຊາກອນໂລກ ແລະ ຍັງເປັນ FTA ສະບັບທຳອິດ ໃນປະຫວັດສາດທີ່ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຮ່ວມລົງນາມພ້ອມກັນຕັ້ງແຕ່ຕົ້ນ. ຂະນະທີ່ອາເຊັບມີຜົນບັງຄັບໃຊ້ຕັ້ງແຕ່ຕົ້ນເດືອນມັງກອນຜ່ານມາ ຫຼັງຈາກສະມາຊິກອາຊຽນ ຢ່າງໜ້ອຍ 6 ປະເທດ ແລະ ຄູ່ເຈລະຈາຢ່າງໜ້ອຍ 3 ປະເທດ ໄດ້ໃຫ້ສັດຕະຍາບັນຕາມໄລຍະເວລາກຳນົດໄວ້.