ຊີ້ແຈງກ່ຽວກັບການເກັບຄ່າຈອດລົດເດີ່ນໜ້າສະຖານນີລົດໄຟ ນະຄອນຫຼວງວຽງຈັນ

282

ວັນທີ 16 ກັນຍາ, ບໍລິສັດ Boten Frontier Services Limited ຜູ້ຮັບຜິດຊອບການບໍລິຫານຄຸ້ມຄອງການຈອດລົດຢູ່ໜ້າສະຖານີນະຄອນຫຼວງວຽງຈັນ ຊີ້ແຈງກ່ຽວກັບການບໍລິການຄຸ້ມຄອງການຈອດລົດໜ້າສະຖານີນະຄອນຫຼວງຈັນ ແລະ ມາດຕະການປັບປຸງແກ້ໄຂການເກັບຄ່າຈອດລົດ ແລະ ການບໍລິການຕ່າງໆ, ຊຶ່ງມີລາຍລະອຽດດັ່ງນີ້:


ກ່ອນອື່ນໝົດ, ບໍລິສັດພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ໃຫ້ຄວາມສົນໃຈຕໍ່ການບໍລິຫານງານຂອງເດີ່ນໜ້າສະຖານນີນະຄອນຫຼວງວຽງຈັນ. ພວກຂ້າພະເຈົ້າບໍລິສັດ ສ່ຽນຝົງ ການບໍລິການ ບໍ່ເຕ່ນ ຈຳກັດ ເປັນຜູ້ຮັບຜິດຊອບການບໍລິຫານຄຸ້ມຄອງການຈອດລົດຢູ່ໜ້າສະຖານີນະຄອນຫຼວງວຽງຈັນ ນັບແຕ່ວັນທີ 12 ກັນຍາ 2022 ເຊິ່ງເປັນມື້ເລີ່ມທົດລອງການບໍລິການຄຸ້ມຄອງການຈອດລົດໜ້າສະຖານນີເປັນຕົ້ນມາ.


I.ສຳລັບມາດຕະຖານການເກັບຄ່າຈອດລົດ.
ມາດຕະຖານການເກັບຄ່າຈອດລົດຕາມເດີ່ນໜ້າສະຖານນີນະຄອນຫຼວງ ແມ່ນໄດ້ຜ່ານການປຶກສາຫາລື ແລະ ຕົກລົງເປັນເອກະພາບກັນຈາກພາກລັດຄຸ້ມຄອງທີ່ກ່ຽວຂ້ອງ, ໂດຍປະຕິບັດຕາມມາດຕະຖານການເກັບຄ່າຈອດລົດ ທຽບເທົ່າກັບມາດຕະຖານຈອດລົດທົ່ວໄປທີ່ປະຕິບັດນຳໃຊ້ໃນນະຄອນຫຼວງວຽງຈັນ, ທາງບໍລິສັດພວກຂ້າພະເຈົ້າໄດ້ອອກແຈ້ງການໃນວັນທີ 9 ກັນຍາ 2022 ແລະ ເລີ່ມທົດລອງບໍລິຫານໃນວັນທີ 12 ກັນຍາ 2022.


II.ສຳລັບມາດຕະການແກ້ໄຂບັນຫາການບໍລິການທີ່ພົບເຫັນໃນປະຈຸບັນ.
ບັນດາທ່ານຜູ້ໂດຍສານເພື່ອນມິດໄດ້ໃຫ້ກຽດປະກອບຄຳຄິດເຫັນຢ່າງເປີດໃຈກ່ຽວກັບມາດຕະຖານການເກັບຄ່າຈອດລົດພາຫະນະທຸກຊະນິດ ແລະ ການບໍລິການຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າໃນນາມຝ່າຍບໍລິຫານງານໄດ້ຮັບຝັງ ແລະ ກໍໄດ້ສຶກສາຄົ້ນຄວ້າບັນດາຄຳຄິດຄຳເຫັນຈາກສັງຄົມ ເພື່ອປັບປຸງມາດຕະຖານການເກັບຄ່າຈອດລົດ ແລະການບໍລິການໃຫ້ຖຶກຕ້ອງຕາມຄວາມເໝາະສົມ, ລາຍລະອຽດຄືດັ່ງຕໍ່ໄປນີ້:


1. ຈັດສັນເລນຈອດລົດຊົ່ວຄາວ ສະເພາະລົດທີ່ມາຈອດຮັບ-ສົ່ງຄົນແລ້ວອອກໄປ ປະຈຸບັນຈະບໍ່ທັນເກັບເງິນເທື່ອ;
2. ສຶກສາຄົ້ນຄວ້າຄືນມາດຕະຖານເກັບຄ່າຈອດລົດແບບຄ້າງຄືນ ແລະ ຈະອອກແຈ້ງການຕ່າງຫາກ;
3. ຈັດສັນບ່ອນຈອດລົດຈັກໂດຍສະເພາະ ແລະ ຄຸ້ມຄອງຮັກສາແບບແຍກກັນ;
4. ຈະຕິດຕັ້ງລະບົບອຸປະກອນຄິດໄລ່ຄ່າຈອດລົດແບບອັດຕະໂນມັດເພື່ອຍົກສູງປະສິດທິພາບການສັນຈອນຂອງພາຫະນະ;
5. ເພີ່ມພະນັກງານຮັກສາຄວາມສະອາດ, ພະນັກງານເກັບເງິນ ແລະ ພະນັກງານຄຸ້ມຄອງຮັກສາ ເພື່ອຍົກສູງຄຸນນະພາບການບໍລິການ.


ທ້າຍນີ້, ບໍລິສັດພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງເພື່ອນມິດ ແລະສື່ສັງຄົມຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນຕໍ່ບໍລິສັດຂ້າພະເຈົ້າ ກໍຄືການບໍລິຫານເດີ່ນໜ້າສະຖານນີນະຄອນຫຼວງວຽງຈັນ, ພວກຂ້າພະເຈົ້າຈະສືບຕໍ່ຍົກສູງຄຸນນະພາບການບໍລິການ ແລະ ປະສິດທິພາບການບໍລິຫານງານເດີ່ນໜ້າສະຖານນີນະຄອນຫຼວງໃຫ້ດີຂຶ້ນ, ຮັບປະກັນຂໍ້ມູນຂ່າວສານທີ່ໂປ່ງໃສ ເພື່ອສະໜອງການບໍລິການທີ່ມີມາດຕະຖານສູງ ແລະ ຍິນດີຮັບຟັງຄວາມຄິດເຫັນຈາກບັນດາທ່ານດ້ວຍຄວາມຈິງໃຈ.