ແຈກສູດຊາຂີງ ແກ້ອາການເຈັບຫົວ, ປວດໄມເກຣນ

77

ຫຼາຍຄົນ ໂດຍສະເພາະໄວເຮັດວຽກອາດພົບກັບບັນຫານີ້ ການຄຽດ, ເຈັບປວດຫົວ ຫຼື ປວດໄມເກຣນ ໂດຍເກີດຈາກຫຼາຍສາເຫດ ເພຈ໌ນິຕະຍາສານຊີວິຈິດ ໄດ້ເຜີຍແຜ່ຂໍ້ມູນດີໆກ່ຽວກັບ ສູດ “ ຊາຂີງ ” ທີ່ສາມາດຊ່ວຍຫຼຸດອາການປວດໄມເກຣນ ໃຜທີ່ກໍາລັງເປັນຢູ່ມາຮູ້ກັນ.

– ສ່ວນປະສົມມີ: ຂີງປາດບາງໆ 10 ຝານ, ໃບກະເພົາ 5 ໃບ, ໝາກນາວໃຫຍ່ ຫຼື 2 – 3 ຝານ, ນໍ້າເຜິ້ງ 1 ຊ້ອນຊາ, ສັບພະຄຸນຂອງຂີງ ແລະ ກະເພົາ ແມ່ນມີລິດຮ້ອນ ເຮັດໃຫ້ກະຕຸ້ນເລືອດລົມໝຸນວຽນດີຂຶ້ນ ແລະ ຫຼຸດອາການອັກເສບ.
– ວິທີເຮັດ: ນໍາເອົາ ຂີງ, ກະເພົາ ແລະ ໝາກນາວ ໃສ່ໃນນໍ້າຮ້ອນ 2 ຖ້ວຍ ແລ້ວຖິ້ມໄວ້ປະມານ 5 – 10 ນາທີ, ຈາກນັ້ນໃຫ້ຕື່ມນໍ້າເຜິ້ງໃສ່ພໍປະມານ ຄົນໃຫ້ເຂົ້າກັນແລ້ວກໍດື່ມອຸ່ນໆກ່ອນນອນ ຫຼື ດື່ມເມື່ອມີອາການປວດກໍໄດ້.

ໃຜທີ່ເຈັບ ແລະ ມັກປວດໄມເກຣນ ລອງເອົາສູດນີ້ໄປໃຊ້ເບິ່ງເດີ.
[ ຈາກ(ນິຕະຍາສານຊີວິຈິດ) ตยสารชีวจิต ]
( ຮຽບຮຽງ: ເມລີ )