4 ສະໝຸນໄພ ທີ່ຕ້ອງມີໄວ້ຕິດຄົວເຮືອນຍຸກພະຍາດລະບາດ

105

ໃນຍຸກທີ່ເຮົາຕ້ອງຢູ່ກັບພະຍາດລະບາດ ບໍ່ວ່າຈະເປັນພະຍາດປະຈໍາຕົວ, ພະຍາດທີ່ມາກັບລະດູການ ແລະ ຍັງມີມົນລະພິດຕ່າງໆ ການເລືອກສະໝຸນໄພທີ່ຊ່ວຍບໍາລຸງຮ່າງກາຍ, ບໍາລຸງລະບົບທາງເດີນຫາຍໃຈ ເປັນການເບິ່ງແຍງສຸຂະພາບທີ່ດີຫຼາຍ ໂດຍມື້ນີ້ເຮົາມາຮູ້ສະໝຸນໄພທີ່ຊ່ວຍບໍາລຸງທາງເດີນຫາຍໃຈເຮົາດີກວ່າ ແລະ ຄວນມີໄວ້ຕິດຄົວເຮືອນບໍ່ຄາດ ມີ 4 ສະໝຸນໄພນີ້.

1. ໝາກເຜັດ ນອກຈາກ ຄວາມເຜັດແລ້ວຍັງມີສັບພະຄຸນໃນເລື່ອງຂອງສານຕ້ານອະນຸມູນອິດສະຫຼະ, ຕ້ານການອັກເສບ ລວມທັງຊ່ວຍຕ້ານໄວຣັສອີກດ້ວຍ.

2. ໃບບົວບົກ ລື ຜັກໜອກ ນອກຈາກຈະແກ້ຊໍ້າໃນແລ້ວ ໃນບົວບົກຍັງຊ່ວຍໃນເລື່ອງຂອງຄວາມຈໍາ, ບໍາລຸງສະໝອງ ເຮັດໃຫ້ເຮົານອນຫຼັບໄດ້ດີຂຶ້ນ ຊ່ວຍປັບພູມຄຸ້ມກັນ ແລະ ທີ່ສໍາຄັນຊ່ວຍຕ້ານການເກີດຫອບຫືດ.

3. ຫອມແດງ ມີຄຸນສົມບັດຕ້ານອະນຸມູນອິດສະຫຼະ, ຕ້ານການອັກເສບ ແລະ ໃຊ້ແກ້ຫວັດໄດ້.

4. ຫົວກະທຽມແກ້ວ ມີລົດເຜັດອຸ່ນ ຊ່ວຍປັບພູມຄຸ້ມກັນ, ຕ້ານໄວຣັສ, ປ້ອງກັນຫວັດ ແລະ ຟື້ນຟູຫຼັງເຈັບປ່ວຍໄດ້.
ຫຼັງຈາກນີ້ມຸ່ງໜ້າເຂົ້າຫາຄົວ ຫາສະໝຸນໄພເຫຼົ່ານີ້ມາປຸງແຕ່ງໃສ່ເມນູອາຫານກິນເປັນປະຈໍາໄດ້ເລີຍ.

( ຈາກ: ตยสารชีวจิต )
[ ຮຽບຮຽງ: ເມລີ; ຮູບ: Google ]