ມູນນິທິຈາກ ສປ ຈີນ ຊ່ວຍໂຄງການລົບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ ເປັນເວລາ 3ປີ 

93

ເປັນຂ່າວດີສຳລັບຜູ້ທີ່ມີບັນຫາແກ່ນຕາຂຸ້ນ ຫຼັງຈາກນີ້ແມ່ນສາມາດເຂົ້າໄປໃຊ້ບໍລິການປິ່ນປົວໄດ້ຜ່ານໂຄງການລົບລ້າງພະຍາດແກ່ນຕາຂຸ້ນ ໂດຍການຊ່ວຍເຫຼືອລ້າ ຈາກມູນນິທິ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງ ສປ ຈີນ ພິທີເປີດໂຕໄດ້ຈັດຂື້ນໃນວັນທີ 16 ກັນຍາ 2022ນີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫຼຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ ປຶກສາການເມືອງແຫ່ງ ສປ ຈີນ, ປະທານ GX FOUNDATION, ທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມມີບັນດາພາກສ່ວນກ່ຽວຂ້ອງ ຈາກສອງຝ່າຍລາວ ແລະ ຈີນເຂົ້າຮ່ວມ.


ໃນພິທີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ  ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ GX FOUNDATION ໃນໄລຍະຜ່ານມາ ບໍ່ວ່າຈະເປັນອຸປະກອນການເເພດ ເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ໜ້າກາກອະນາໄມ, ຊຸດປ້ອງກັນ ແລະ ອື່ນໆ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອໝູນໃຊ້ເຂົ້າໃນການ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ລວມທັງການຊ່ວຍເຫືຼືອໃນການຜ່າຕັດແກ່ນຕາຂຸ້ນໃຫ້ແກ່ ປະຊາຊົນລາວ ໃນຄັ້ງນີ້ ຊຶ່ງເປັນການຊ່ວຍເຫຼືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອານາຄົດອັນສົດໃສໃຫມ່ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ.


ການຊ່ວຍເຫຼືອໃນຄັ້ງນີ້ເປັນການສະແດງເຖິງນໍ້າໃຈເອື້ອເຟື້ອ ເພື່ອແຜ່ ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄືອຳນາດການປົກຄອງ ເຂດປົກຄອງພິເສດ ຮົງກົງ ໂດຍສະເພາະແມ່ນ GX FOUNDATION ແລະ ທັງເປັນການສະແດງເຖິງ ການເປັນເພື່ອນມິດສະຫາຍ ອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ເວົ້າລວມ ເວົ້າສະເພາະແມ່ນ ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດ ຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.


ທ່ານກ່າວຕື່ມວ່າ: ເຊື່ອວ່າ ປະຊາຊົນລາວ ຜູ້ທີ່ມີພະຍາດແກ່ນຕາຂຸ້ນທີ່ໄດ້ຮັບການຜ່າຕັດດີແລ້ວຈະມີຊີວິດທີ່ດີຂຶ້ນ, ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການລົບລ້າງພະຍາດແກ່ນຕາຂຸ້ນກໍຄືວຽກງານສາທາລະນະສຸກຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍໃນການປັບປຸງຄຸນນະພາບວີຊິດຂອງປະຊາຊົນລາວອີກຂັ້ນໜຶ່ງ ແລະ ກໍເປັນເປົ້າໝາຍຂອງ ພັກ, ລັດຖະບານລາວໃນການສ້າງສາພັດທະນາປະເທດຊາດແບບຢືນຍົງ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ບໍ່ວ່າຈະເປັນ ດ້ານເສດຖະກິດ, ການເງິນ, ພະລັງງານ, ສາທາລະນະສຸກ ແລະ ອື່ນໆ ຊຶ່ງເປັນສິ່ງທີ່ກຳລັງສ້າງຜົນກະທົບໃນທົ່ວໂລກລວມທັງ ສປປ ລາວ.


ສໍາລັບ ມູນນິທິ GX ( GX FOUNDATION), ເເມ່ນໂຄງການ ທີ່ບໍ່ຫວັງຜົນກຳໄລຂອງ ຈີນ ຖືກສ້າງຕັ້ງຂື້ນ ໃນເຂດປົກຄອງພິເສດ ຮົງກົງ ສປ ຈີນ ເຊິ່ງຈຸດປະສົງໃນການຊ່ວຍເຫຼືອ ທາງດ້ານການແພດ ເເລະ ສາທາລະນະສຸກສາກົນ ໃຫ້ກັບປະເທດ ທີ່ຢູ່ໃນໜຶ່ງເເລວທາງໜື່ງເສັ້ນທາງ. ໃນວັນທີ 29 ກັນຍາ ປີ 2019 ທາງມູນນິທິ GX ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັບກະຊວງສາທາລະນະສຸກ ກ່ຽວກັບການ ໂຄງການ ການລົບລ້າງຕາບອດຈາກພະຍາດເເກ່ນຕາຂຸ້ນ ໃນ ສ ປປ ລາວ.


ໃນການກະກຽມໂຄງການໂດຍຈະມີການສົ່ງທີມເເພດ ຊຸດທຳອິດ ເພື່ອເຂົ້າມາປະຕິບັດກິດຈະກໍາ ທີ່ຈະຖືກເປີດຢ່າງເປັນທາງການໃນວັນທີ 16 ກັນຍາ 2022 ໂຄງການນີ້ຈະຈັດສົ່ງທີມເເພດທີ່ຊ່ຽວຊານທາງດ້ານການຜ່າຕັດຕາ ເພື່ອມາຮັກສາ ເເລະ ປິ່ນປົວພະຍາດແກ່ນຕາຂຸ້ນ ໃຫ້ໄດ້ຈໍານວນຫລາຍກວ່າ 10.000 ກໍລະນີ ຂອງຄົນເຈັບທີ່ເປັນພະຍາດແກ່ນຕາຂຸ້ນ ພາຍໃນໄລຍະເວລາ 3 ປີ ໃຫ້ໄດ້ທົ່ວປະເທດ ໂດຍການຮ່ວມືກັບ ກະຊວງສາທາລະນະສຸກ ເເລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ເຊິ່ງໂຄງການມີເປົ້າໝາຍທີ່ຊັດເຈນ ສຳລັບ ຄົນເຈັບ ທີ່ເປັນພະຍາດແກ່ນຕາຂຸ້ນ ທີ່ຍັງຄົງຄ້າງໃນ ສປປ ລາວ ຈາກ ປີ 2022 – 2025.


ສຳລັບປີ ທຳອິດ ໂຄງການຈະເລິ່ມ ຈາກ ເດືອນ ກັນຍາ 2022 ຮອດເດືອນ ມິຖຸນາ 2023 ເຮົາຕັ້ງເປົ້າໝາຍທີ່ຈະ ດຳເນີນການຜ່າຕັດ ຈໍານວນ 4.000 ກໍລະນີ ໃນນະຄອນຫຼວງວຽງຈັນ ເເລະ ແຂວງທີ່ໃຫ້ຄຽງ ເຊິ່ງມູນນິທິ GX ຈະຈັດຕັ້ງ ແລະ ຈັດສົ່ງທີມແພດທີ່ປະກອບດ້ວຍແພດຕາ ແລະ ພະຍາບານຈີນມາປະເທດລາວ. ໂຄງການດັ່ງກ່າວຈະໄດ້ເລີ່ມດຳເນີນໃນກາງເດືອນກັນຍາ 2022 ແລະ ໂຄງການຈະເລິ່ມຕົ້ນປະຕິບັດງານສ່ວນໃຫຍ່ແມ່ນປະຕິບັດຢູ່ທີ່ນະຄອນ ຫຼວງວຽງຈັນ (ໂຮງໝໍ 103 ກອງທັບປະຊາຊົນລາວ) ໃນປີທຳອິດ.


ໂດຍອີງຕາມການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກະຊວງສາທາລະນະສຸກ ເເລະ ສູນປິ່ນປົວຕາ ຈະຮັບຜິດຊອບໃນການຊອກຫາຄົນເຈັບທີ່ມີໃນຊຸມຊົນ ເເລະ ທາງ ມູນນິທິ ອຳນວຍຄວາມສະດວກທາງດ້ານການເດີນທາງ ເເລະ ເງິນອຸດໜຸນ ທີ່ມີຄວາມຈໍາເປັນ ເພື່ອຳນວຍຄວາມສະດວກໃຫ້ກັບ ຄົນເຈັບເຂົ້າຮັບການຜ່າຕັດ ງົບປະມານໂຄງການ 2022 – 2025 (ຄາດຄະເນໂດຍອີງໃສ່ 4000 ກໍລະນີຂອງການຜ່າຕັດ) ເເມ່ນ ເປັນມູນຄ່າ 3.260.468 ໂດລາສະຫາລັດ.