ກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ກໍານົດຮູບແບບແຂ່ງຂັນ 5 ໝວດ ເລີິ່ມ 8 ພະຈິກ 2022

756

ເປັນທີ່ແນ່ນອນແລ້ວວ່າ ຮູບແບບການແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ໃນທ້າຍປີນີ້ ຈະແບ່ງອອກເປັນ 5 ໝວດ ເຊິ່ງໃນແຕ່ລະ 5 ໝວດຈະມີກີລາຕ່າງໆຕາມຄວາມເໝາະສົມ ເລີ່ມແຂ່ງຂັນແຕ່ວັນທີ 8 ພະຈິກ 2022 ເປັນຕົ້ນໄປ.

ອີງຕາມ ກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ຫຼື ສສກ ໄດ້ຈັດກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ເມື່ອວັນທີ 9 ກັນຍາ 2022 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ພາຍໃຕ້ການເປັນປະທານຂອງ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສສກ ທັງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI, ມີຄະນະກຳມະການເຕັກນິກ-ຈັດການແຂ່ງຂັນ, ບັນດາຕາງໜ້າສະຫະພັນກີລາແຫ່ງຊາດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ແສງພອນ ພົນອາມາດ ກ່າວວ່າ: ກຳນົດວັນແຂ່ງຂັນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຊຸດໃໝ່ ມີຄວາມເອກະພາບປັບປຸງ ກຳນົດມື້ເປີດແມ່ນເຫັນດີ ວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022, ສ່ວນຮູບແບບການຈັດການແຂ່ງຂັນ ໄດ້ກຳນົດເປັນ 5 ໝວດ ໂດຍເລີ່ມຕົ້ນແຕ່ວັນທີ 8 ພະຈິກ 2022 ເພື່ອແນໃສ່ເປັນຮູບແບບການແຂ່ງຂັນແບບໃໝ່ ຊຶ່ງຈຳກັດມວນຊົນເຂົ້າຊົມ ແລະ ຜູ້ເຂົ້າຮ່ວມແຂ່ງຂັນຈະບໍ່ຫຼາຍຕາມມາດຕະການປ້ອງກັນ ໂຄວິດ-19 ຂອງຄະນະສະເພາະກິດແຕ່ລະຂັ້ນວ່າງອອກຢ່າງເຂັ້ມງວດ ກໍຄື:

-ໝວດທີ 1 ແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 8-15 ພະຈິກ 2022 ປະກອບມີ: ກີລາລອຍນໍ້າ ແຂ່ງຂັນວັນທີ 10-14 ພະຈິກ 2022 ແລະ ຍິງປືນ ແຂ່ງຂັນວັນທີ 08-15 ພະຈິກ 2022.
-ໝວດທີ 2 ແຂ່ງຂັນທີ່ເດີ່ນຮົ່ມໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 17-21 ພະຈິກ 2022 ປະກອບມີ: ກີລາຄາຣາເຕໂດ ແຂ່ງຂັນວັນທີ 21-23 ພະຈິກ 2022, ຢູໂດ ແຂ່ງຂັນວັນທີ 16-19 ພະຈິກ 2022, ມວຍປ້ຳ ແຂ່ງຂັນວັນທີ 16-21 ພະຈິກ 2022 ແລະ ປັນຈັກສີລັດ ແຂ່ງຂັນວັນທີ 16-20 ພະຈິກ 2022;

-ໝວດທີ 3 ແຂ່ງຂັນທີ່ເດີ່ນຮົ່ມໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 23-28 ພະຈິກ 2022 ປະກອບມີ: ກີລາເທຄວັນໂດ ແຂ່ງຂັນວັນທີ 23-27 ພະຈິກ 2022, ວູຊູ ແຂ່ງຂັນວັນທີ 25-28 ພະຈິກ 2022; ໝາກເສິກ, ລົດຖີບ ແລະ ເທັນນິສ ແຂ່ງຂັນວັນທີ 23-28 ພະຈິກ 2022.
-ໝວດທີ 4 ແຂ່ງຂັນທີ່ເດີ່ນຮົ່ມໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 30 ພະຈິກ ຫາ 10 ທັນວາ 2022 ປະກອບມີ: ກີລາແລ່ນ-ລານ, ໝາກແລ້ ແລະ ມວຍສາກົນ ແຂ່ງຂັນວັນທີ 30 ພະຈິກ ຫາ 05 ທັນວາ 2022, ກີລາກ໊ອຟ ແຂ່ງຂັນວັນທີ 03-07 ທັນວາ 2022, ກະຕໍ້-ກະຕໍ້ຊິນລອນ ແຂ່ງຂັນວັນທີ 30 ພະຈິກ – 10 ທັນວາ 2022 ແລະ ມວຍລາວ ແຂ່ງຂັນວັນທີ 05-11 ທັນວາ 2022

-ໝວດທີ 5 ແຂ່ງຂັນທີ່ເດີ່ນຮົ່ມໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 09-22 ທັນວາ 2022 ປະກອບມີ, ກີລາບານສົ່ງໃນຮົ່ມ/ບານສົ່ງຫາດຊາຍ ແຂ່ງຂັນວັນທີ 10-21 ທັນວາ 2022, ຍິງປືນ ເດີ່ນໂຮງຮຽນຊັ້ນຕົ້ນ ປກສ ເລກ 3 ( 2 ລາຍການ) ແຂ່ງຂັນວັນທີ 14-16 ທັນວາ 2022, ບານບ້ວງ ແລະ ໝາກຂ່າງ ແຂ່ງຂັນວັນທີ 11-19 ທັນວາ 2022, ເປຕັງ ແຂ່ງຂັນວັນທີ 11-21 ທັນວາ 2022, ບານເຕະຍິງ-ຊາຍ ແຂ່ງຂັນວັນທີ 09-21 ທັນວາ 2022, ໜ້າເກັກ-ຍິງທະນູ ແຂ່ງຂັນວັນທີ 12-20 ທັນວາ 2022 ແລະ ແຂ່ງຂັນວັນທີ 16-21 ທັນວາ 2022, ດອກປີກໄກ່ ແຂ່ງຂັນວັນທີ 12-21 ທັນວາ 2022 ແລະ ປິ່ງປ່ອງ ແຂ່ງຂັນວັນທີ 14-21 ທັນວາ 2022.