Miss Teen Laos 2022 ຂອບໃຈສະປອນເຊີ ບໍລິສັດ Action pro Laos ແລະ ຂ່າວເສດຖະກິດການຄ້າ

78

ເປັນບັນຍາກາດດີໆກັນເລີຍ ທີ່ຄະນະກອງປະກວດ ແລະ ສາວໆ Miss Teen Laos 2022 ມາຂອບໃຈສະປອນເຊີ ໃນວັນທີ 15 ກັນຍາ 2022 ກໍຄືມາຂອບໃຈ ບໍລິສັດ Action pro Laos ແລະ ຂ່າວເສດຖະກິດການຄ້າ ຕ້ອນຮັບໂດຍ ເອື້ອຍລີ້ ມະຍຸລີ ຄໍາວັນດີ CEO Action pro Laos ທີ່ ບໍລິສັດ Action pro Laos


ການມາໃນຄັ້ງນີ້ນໍາໂດຍ ອ້າຍ ຕ້າ ເອເພັກ ຫຼື ອ້າຍ ເທບມະຫາໄຊ ໄຊທິລາດ ອໍານວຍການ ໂຄງການປະກວດ Miss Teen Laos 2022 ແລະ ປະທານໂຄງການ ມິສທີນລາວ ເອື້ອຍຕຸ່ນ ດີວ້າ ຫຼື ເອື້ອຍ ຈັນພອນມະນີ ສຸດຕະວົງ ຫຼື TOON DIVA ພ້ອມນ້ອງໆ


ນ້ອງ ໂບ ວັນວິສາ ນາມເສນາ Miss Teen Laos 2022

ນ້ອງ ເອ ສຸພາວັນ ຕຸລາຄົມ ຮອງອັນດັບຫນື່ງ Miss Teen Laos 2022

ນ້ອງ ນູ້ ນູ້ເລົ່າ ວ່າເມັ່ງລໍ່ ຮອງອັນດັບ ສອງ Miss Teen Laos 2022

ນອກຈາກນັ້ນນ້ອງໆຍັງໃຫ້ສໍາພາດກ່ຽວກັບຜົນງານ ທີ່ຖ້າຕິດຕາມຈາກນີ້ມີເຊີໄພ້ຫຼາຍໆຢ່າງ ແລະ ຮັບງານ ອອກງານຕະຫຼອດ ຖ້າຕິດຕາມຜົນງານຂອງນ້ອງໆໄດ້