ໄຂກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ 5 ປີຜ່ານມາ

137

ກອງປະຊຸມສະຫຼຸບ, ຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ໄຂຂຶ້ນ ວັນທີ 15 ກັນຍາ 2022 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ມີ​ບັນດາທ່ານການນຳພັກ-ລັດຂັ້ນສູງ, ບັນດາລັດຖະມົນຕີ, ​ຫົວໜ້າ​ອົງການອ້ອມຂ້າງສູນກາງ​, ​ເຈົ້າ​ແຂວງ, ເຈົ້າ​ຄອງ​ນະຄອນ, ນັກພັດທະນາດີເດັ່ນແຫ່ງຊາດ, ຕົວ​ແທນບັນດາຫົວໜ່ວຍທຸລະກິດ ແລະ ພາກກ່ຽວເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບ​ຕີລາຄາການຈັດຕັ້ງ​ປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ (2016-2020) ແລະ ວາງທິດທາງແຜນການແຕ່ນີ້ຮອດປີ 2025, ຈັດພິທີຍ້ອງຍໍນັກພັດທະນາ, ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ປະກາດເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຮອດປີ 2025.

ທ່ານ ພັນຄຳ ວິພາວັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມ 04 ເນື້ອໃນຂອງພັກ ແລະ ລັດຖະບານ ໃນລະຍະຜ່ານມາ ທາມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ, ສັບສົນ, ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ 19 ເຊິ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນັ້ນ ເຫັນວ່າ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫຼາຍດ້ານ: ຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງແຂງແຮງ; ເຖິງວ່າປະເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາການແຜ່ລະບາດຂອງພະຍາດໂຄວິດ 19, ແຕ່ພວກເຮົາຍັງສາມາດຢັບຢັ້ງບໍ່ໃຫ້ເກີດເຫດການທົດຖອຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກຖານບ້ານ ໄດ້ຮັບປັບປຸງໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນເປັນກ້າວໆ; ຊົນນະບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີສ່ວນຮ່ວມຢ່າງຕັ້ງໜ້າ ເປັນເຈົ້າການຂອງປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ, ບ້ານທຸກຍາກ ໄດ້ຮັບການແກ້ໄຂ ເປັນກ້າວໆມາ; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກຳລັງປະກອບອາວຸດກໍໄດ້ຮັບການປັບປຸງກໍ່ສ້າງກາຍເປັນກຳລັງທີ່ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ. ຕະຫຼອດໄລຍະ 05 ປີ (2016-2020) ແລະ ໄລຍະປີ 2020 ມາເຖິງປັດຈຸບັນ ເຖິງແມ່ນວ່າພັກ-ລັດຖະບານ ໄດ້ສຸມໃສນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍການບຸກບືນສູ້ຊົນປານໃດກໍຕາມ, ແຕ່ພວກເຮົາກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ທັງໝົດນັ້ນ ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກຳແໜ້ນ ແລະ ພິຈາລະນາຢ່າງພາວະວິໄສ ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

ໃນໂອກາດດຽວກັນ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການຮອດປີ 2025 ໂດຍ ໄດ້ຍົກໃຫ້ເຫັນວ່າ: ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 03 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖີ່ນ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນລະບົບຕາມ 5 ຂັ້ນຕອນຂອງການແຂ່ງຂັນ ເປັນຕົ້ນ ວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫຼຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ, ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 05 ປີ (2016-2020) ໃຫ້ ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 92.250 ມີບຸກຄົນ 86.327 ທ່ານ ແລະ ກົມກອງ 5.923 ກົມກອງ. ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19.449 ມີບຸກຄົນ 19.008 ທ່ານ ແລະ ກົມກອງ 441 ກົມກອງ; ແຂວງ 16 ແຂວງ ແລະ 01 ນະຄອນຫຼວງວຽງຈັນ ລວມມີ 17 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 72.801 ໃນນີ້ມີບຸກຄົນ 69.364 ທ່ານ ແລະ 3.437 ກົມກອງ; ພ້ອມນີ້ ຍັງໄດ້ມອບຫຼຽນປະເພດຕ່າງໆ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ມີ ຫຼຽນໄຊແຮງງານ ຊັ້ນ I ມອບໃຫ້ ບຸກຄົນມີ 2.945 ທ່ານ ແລະ ກົມກອງມີ 415 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ມອບໃຫ້ບຸກຄົນມີ 6.160 ທ່ານ ແລະ ກົມກອງມີ 571 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ມອບໃຫ້ບຸກຄົນມີ 10.916 ທ່ານ ແລະ ກົມກອງມີ 780 ກົມກອງ, ຫຼຽນນາມມະຍົດວິລະຊົນແຮງງານ ໃຫ້ ບຸກ ຄົນ 01 ທ່ານ, ຫຼຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດ ບຸກຄົນ 02 ທ່ານ, ຫຼຽນກາແຮງງານບຸກຄົນ 19.949 ທ່ານ ແລະ ກົມກອງ 1.152 ກົມກອງ, ໃບຍ້ອງຍໍລັດຖະບານ ບຸກຄົນ47.246 ທ່ານ ແລະ ກົມກອງ 2.113 ກົມກອງ.

ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບ​ຟັງ​ການບົດ​ປະກອບ​ຄຳ​ເຫັນ​ຂອງ ບັນດາຕົວແບບດີເດັ່ນ ແລະ ນັກພັດທະນາດີເດັ່ນ ກ່ຽວກັບການລ້ຽງສັດ, ຫັດຖະກຳຕໍ່າຫູກ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນກອງປະຊຸມ ລະຫວ່າງວັນທີ 15-16 ກັນຍານີ້ ຍັງຈະໄດ້ມີພິທີປະດັບ ຫຼຽນນາມມະຍົດວິລະຊົນແຮງງານ ຈຳນວນ 1 ທ່ານ, ຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ຈໍານວນ 2​ ທ່ານ, ຫຼຽນໄຊແຮງງານ ຊັ້ນ I ໃຫ້ 14 ກົມກອງ ແລະ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 17 ທ່ານ. ຮັບຟັງການປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025 ແລະ ຮັບຟັງການໂອ້ລົມຈາກ ທ່ານ ທອງລູນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລີຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ດ້ວຍ.