ເຊັນ MOU ສ້າງໂອກາດການວຽກເຮັດງານທຳໃຫ້ໂຮງງານເຄື່ອນຍ້າຍ

133

ກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ.


ວັນທີ 15 ກັນຍາ 2022, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ການມອບອຸປະກອນຫ້ອງການ ໃນໂຄງການສ້າງໂອກາດ ການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ສາມາດເຊື່ອມໂຍງເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19, ໂດຍການເຂົ້າຮ່ວມຂອງ ທ່ານ ລີປ່າວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດ ຖະທູດຍີ່ປຸ່ນ ປະຈຳລາວ, ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ແລະ ທ່ານ ວຽງປລາສິດ ທິພາສຸດາ ຜູ້ປະສານງານອົງການແຮງງານສາກົນ ປະຈຳລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານນາງ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ພິທີເຊັນບົດບັນທຶກ ແລະ ມອບ-ຮັບອຸປະກອນຄັ້ງນີ້ ເປັນກິດຈະກຳ ໃນໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແກ່ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ສາມາດເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ພາຍໃຕ້ ແຜນງານຮ່ວມມື ອົງການແຮງງານສາກົນ ແລະ ປະເທດຍີ່ປຸ່ນ. ສະພາບການລະບາດຂອງພະຍາດໂຄວິດ-19 ຜ່ານມາ, ໄດ້ສົ່ງຜົນກະທົບຕໍ່ການມີວຽກເຮັດງານທຳຂອງແຮງງານລາວໃນທົ່ວປະເທດ.

ດັ່ງນັ້ນ ການເຊັນບົດບັນທຶກຄັ້ງນີ້ ຖືເປັນການ ຜັນຂະຫຍາຍນະໂຍບາຍ, ທິດທາງ ແລະ ແຜນງານຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ 2021-2025 ແລະ ວາລະແຫ່ງຊາດ ເພື່ອພັດທະນາສີມືແຮງງານໃນຂອບເຂດທົ່ວປະເທດເຂົ້າສູ່ຕຳແໜ່ງງານໃໝ່ ແລະ ການປະກອບອາຊີບ 15.000 ຄົນ, ທົດສອບມາດຕະຖານສີມືແຮງງານແຫ່ງຊາດໃຫ້ໄດ້ 1.700 ຄົນ, ສົ່ງເສີມການຈັດຫາວຽກເຮັດງານທຳໃນຕະຫຼາດແຮງງານຕາມຂະແໜງການເສດຖະກິດໃນຕົວເມືອງ-ຊົນນະບົດ ຢູ່ພາຍໃນ ແລະ ຕ່າງປະ ເທດ 392.197 ຄົນ.


ທ່ານ ວຽງປລາສິດ ທິພາສຸດາ ກໍໄດ້ກ່າວວ່າ: ແຜນງານນີ້ ເປັນໜຶ່ງໃນໂຄງການຂອງອົງການແຮງງານສາກົນ, ທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ເພື່ອຈັດຕັ້ງປະຕິບັດໃນ 3 ແຂວງຂອງລາວຄື: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ໄລຍະເວລາ 1 ປີ, ມູນຄ່າ 848.937 ໂດລາສະຫະລັດ, ໂດຍການເຫັນດີຂອງບັນດາຕຄູ່ຮ່ວມງານ 3 ຝ່າຍ, ພາຍໃຕ້ການຊີ້ນຳ-ນຳພາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ແນໃສ່ຕອບໂຕ້ຕໍ່ຜົນກະທົບຂອງພະຍາດໂຄວິດ-19,ຈະຊ່ວຍໃຫ້ແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ, ຜູ້ປະກອບການທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ ໄດ້ຮັບການຟື້ນຟູຈາກຜົນກະທົບຂອງໂຄວິດ.


ພ້ອມນັ້ນ ໃນພິທີດັ່ງກ່າວ, ຍັງໄດ້ມອບເຄື່ອງອຸປະກອນຫ້ອງການໃຫ້ກະຊວງ ມູນຄ່າ 34.350 ໂດລາ, ໂດຍຕາງໜ້າມອບໂດຍແມ່ນ ທ່ານ ເຄນິຊິ ໂກບາຍາຊິ ແລະ ຮັບໂດຍ ທ່ານ ລີປ່າວ ຢາງ.