ໄອເອັມເອັຟ ເພີ່ມເງິນກອງທຶນສຸກເສີນ ຊ່ວຍປະເທດວິກິດລາຄາອາຫານ

30

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງທຶນການເງິນລະຫວ່າງປະເທດ ( IMF ) ຢືນຢັນເດີນໜ້າເພີ່ມວົງເງິນສຸກເສີນ ເພື່ອຊ່ວຍເຫຼືອປະເທດທີ່ກຳລັງຂາດແຄນອາຫານ ແລະ ລາຄາອາຫານເພີ່ມຂຶ້ນສູງ ໂດຍຄາດວ່າຈະມີປະມານ 20 – 30 ປະເທດທີ່ຕ້ອງການເງິນຊ່ວຍເຫຼືອຢ່າງຮີບດ່ວນ.

ທ່ານ ນາງ ຄຣິສຕາລີນີ ຈໍເຈຍວາ ຜູ້ອຳນວຍການ ໄອເອັມເອັຟ ກ່າວວ່າ: ຄະນະບໍລິຫານກອງທຶນຍິນດີກັບຂໍ້ສະເໜີ “ food shock window ” ແລະ ຄາດວ່າຈະອະນຸມັດໃນໄວໆນີ້.

May be an image of 1 person

ພາຍໃຕ້ແຜນດັ່ງກ່າວນີ້ ໄອເອັມເອັຟ ສາມາດເພີ່ມ ຫຼື ບໍ່ກຳນົດເງື່ອນໄຂໃນວົງເງິນສຸກເສີນດັ່ງກ່າວນີ້ ກໍເປັນໄດ້ ເພື່ອຊ່ວຍເຫຼືອປະເທດທີ່ກຳລັງປະເຊີນກັບການຂາດແຄນສະບຽງອາຫານ ແລະ ອັດຕາເງິນເຟີ້ ເຊິ່ງແຜນດັ່ງກ່າວນີ້ຈະເປັນປະໂຫຍດຕໍ່ປະເທດທີ່ນຳເຂົ້າສະບຽງອາຫານ ແຕ່ມີລາຍຮັບຕ່ຳ ແລະ ມີຕົ້ນທຶນການຜະລິດສູງ ໂດຍຄາດວ່າມີປະມານ 50 ປະເທດ ທີ່ຕ້ອງການເງິນຊ່ວຍເຫຼືອດັ່ງກ່າວ, ໃນນັ້ນປະມານ 20 – 30 ປະເທດຕ້ອງການ ການຊ່ວຍເຫຼືອຢ່າງຮີບດ່ວນ.

May be an image of 1 person and text that says 'ANNUAL MEETINGS .信 MF'

ດ້ານໂຄສົກຂອງ ໄອເອັມເອັຟ ເປີດເຜີຍວ່າ: ກອງທຶນດັ່ງກ່າວໄດ້ກຽມເງິນຊ່ວຍເຫຼືອໄວ້ 27.000 ລ້ານໂດລາສະຫະລັດ ສຳລັບປ່ອຍກູ້ໃຫ້ 57 ປະເທດ ທີ່ມີລາຍໄດ້ຕ່ຳ ເຊິ່ງປະເທດສະມາຊິກໄອເອັມເອັຟ ສາມາດກູ້ຢືມເງິນໄດ້ເພີ່ມຂຶ້ນ 50% ຂອງໂກຕາທີ່ກໍານົດໄວ້ພາຍໃຕ້ກອງທຶນ RFI ແລະ RCI.