ຣັດເຊຍ – ອູແກຣນ ສົ່ງອອກອາຫານເພີ່ມຂຶ້ນ

68

ສຳນັກຂ່າວຕ່າງປະເທດລາຍງານວ່າ ຣັດເຊຍ ແລະ ອູແກຣນ ສົ່ງອອກທັນຍາພືດເພີ່ມຂຶ້ນ ຫຼັງຈາກບັນລຸຂໍ້ຕົກລົງການສົ່ງອອກພືດ 4 ຝ່າຍ ( ຣັດເຊຍ, ອູແກຣນ, ຕວັກກີ ແລະ ສປຊ ).

May be an image of 1 person

ລາຍງານລະບຸວ່າ: ອູແກຣນ ສົ່ງອອກທັນຍາພືດຈາກທ່າເຮືອ 3 ແຫ່ງ ແຄມຝັ່ງທະເລດຳ ຫຼາຍກວ່າ 2,8 ລ້ານໂຕນ. ຂະນະທີ່ການສົ່ງອອກທັນຍາພືດຈາກຣັດເຊຍ ໄລຍະເດືອນມິຖຸນາ ຫາ ກໍລະກົດ ເພີ່ມຂຶ້ນ 12%. ຢ່າງໃດກໍຕາມ, ອົງການສະຫະປະຊາຊາດ ( ສປຊ ) ກັງວົນເລື່ອງການສົ່ງອອກປຸ໋ຍຂອງຣັດເຊຍ ຍັງຢູ່ໃນປະລິມານຈໍາກັດ. ຂະນະທີ່ຫຼາຍປະເທດທົ່ວໂລກກຳລັງຕ້ອງການປຸ໋ຍ ໃນໄລຍະລະດູການປູກຝັງ.

May be an image of 1 person