WHO ຊີ້ ໂຄວິດ – 19 ໃກ້ເຖິງຈຸດຈົບ

43

ອົງການອະນາໄມໂລກ ( WHO ) ອອກມາລະບຸວ່າ: ການລະບາດໃຫຍ່ຂອງພະຍາດໂຄວິດ – 19 ໃກ້ຈະເຖິງຈຸດສິ້ນສຸດແລ້ວ ແລະ ຄາດວ່າໃນອະນາຄົດ ອາດຈະເກີດລະບາດອີກຄັ້ງ ແຕ່ເປັນສາຍພັນຍ່ອຍຂອງ ໂອເມຄຣອນ.

No photo description available.

ທ່ານ ດຣ. ທີໂດຣສ ອັກຮານອມ ກິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ: ເຖິງວ່າການລະບາດໃຫຍ່ຂອງພະຍາດໂຄວິດ – 19 ຍັງບໍ່ສິ້ນສຸດລົງ ແຕ່ພວກເຮົາກໍສາມາດແນມເຫັນຈຸດຈົບຂອງມັນແລ້ວ. ແນວໃດກໍຕາມ, ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ຍັງຮຽກຮ້ອງໃຫ້ປະເທດຕ່າງໆໃຊ້ຄວາມລະມັດລະວັງ ແລະ ປຽບທຽບໂຄວິດ – 19 ເປັນການແຂ່ງຂັນມາຣາທອນ ແລະ ຂະນະນີ້ເປັນເວລາທີ່ພວກເຮົາຕ້ອງອອກແຮງແລ່ນໃຫ້ໄວຂຶ້ນ ເພື່ອໃຫ້ແນ່ໃຈວ່າ ພວກເຮົາເຂົ້າເສັ້ນໄຊ ແລະ ສາມາດ ກວາດລາງວັນຈາກການເຮັດວຽກໜັກຂອງພວກເຮົາ.

May be an image of 2 people

ຜູ້ອຳນວຍການໃຫຍ່ WHO ກ່າວວ່າ: ປະເທດຕ່າງໆຈຳເປັນຕ້ອງພິຈາລະນານະໂຍບາຍຂອງຕົນຢ່າງຖີ່ຖ້ວນ ແລະ ເສີມສ້າງຄວາມເຂັ້ມແຂງໃນການຮັບມືກັບໂຄວິດ – 19 ລວມທັງໄວຣັສຊະນິດອື່ນໆໃນອະນາຄົດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສັກວັກຊີນປ້ອງກັນໂຄວິດໃຫ້ປະຊາຊົນທຸກຄົນ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງ.

ດ້ານນັກລະບາດວິທະຍາອາວຸໂສຂອງ WHO ຄາດການວ່າ ພະຍາດໂຄວິດ – 19 ອາດຈະກັບມາລະບາດຮອບໃໝ່ອີກຄັ້ງໃນທົ່ວໂລກ ເຊິ່ງອາດຈະເປັນສາຍພັນຍ່ອຍຂອງໂອເມຄຣອນ ຫຼື ສາຍພັນອື່ນໆທີ່ແຕກຕ່າງກັນອອກໄປ.

ທັງນີ້, ໃນເດືອນຕຸລາຈະເຖິງນີ້ ຜູ້ຊ່ຽວຊານຂອງ WHO ຈະຈັດກອງປະຊຸມເພື່ອພິຈາລະນາວ່າ ຍັງກຳນົດໃຫ້ການລະບາດໃຫຍ່ໂຄວິດ – 19 ເປັນເຫດການດ້ານສາທາລະນະສຸກທີ່ວິຕົກກັງວົນລະດັບໂລກອີກຕໍ່ໄປ ຫຼື ບໍ່?.