ຢູ 20 ລາວ ເຕັມທີ່ແລ້ວຕົກຮອບຄັດບານເຕະຊີງແຊັມອາຊີ, ຄູຝຶກຍົກ ຕິດ 1 ໃນ 4 ຂອງອາຊຽນແລ້ວ

99

ເປັນທີ່ແນ່ນອນແລ້ວວ່າ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 20 ປີ ຈະໝົດລຸ້ນໄປຫຼິ້ນຮອບສຸດທ້າຍ ຫຼັງຈາກທີ່ເສຍໃຫ້ກັບ ເຢເມນ 1-2 ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ເມື່ອວັນທີ 14 ກັນຍາ 2022. ຂະນະທີ່ ຫົວໜ້າຄູຝຶືກທີມຊາດລາວ ຊົມເຊີຍລູກທີມສະແດງສັກກະຍະພາບໃຫ້ສາມາດສູ້ກັບທີມໃນອາຊີຕາເວັ້ນອອກກາງໄດ້ດີ ແລະ ຍົກໃຫ້ ຢູ 20 ຕິດ 1 ໃນ 4 ອັນດັບທໍາອິດຂອງອາຊີ.

ນັດດັ່ງກ່າວ ທີມຊາດເຢເມນ ຫຼິ້ນໄດ້ດີິໃນເຄິ່ງເວລາທໍາອິດ ຂະນະທີ່ ທີມຊາດລາວ ຂຶ້ນເກມບໍ່ຄ່ອຍໄດ້ ແລະ ມີຈັງຫວະຜິດພາດຢູ່ບາງຄັ້ງ ກ່ອນເສຍປະຕູຢ່າງໄວວາໃນນາທີໆ 12 ຈາກການຍິງຂອງ MOHAMMED AHMED MAHDI ຈົບເຄິ່ງເວລາທໍາອິດ ເຢເມນ ຂຶ້ນນໍາ 1-0, ສ່ວນ ເຄິ່ງເວລາທີ 2 ທີມຊາດລາວ ບຸກຕັ້ງແຕ່ຕົ້ນເກມ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ບໍ່ຜ່ານມືຂອງຜູ້ຮັກສາປະຕູຄູ່ແຂ່ງ ກ່ອນເຖິງທ້າຍເກມ ເຢນເມນ ໜີຫ່າງເປັນ 2-0 ຈາກການຍິງຂອງ AMMAR ABDULLAH NOMAN ນາທີໆ 83 ກ່ອນທີ່ ເພັດດາວັນ ສົມສະນິດ ຈະໂໝ່ງປະຕູຕີໄຂ່ແຕກໃຫ້ກັບ ຢູ 20 ລາວ ໄລ່ມາເປັນ 1-2 ນາທີໆ 85, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເກີດຂຶ້ນ ຈົບເກມ ຢູ 20 ລາວ ເສຍ 1-2.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ລົງສະໜາມ 3 ນັດ ຊະນະ 1 ແລະ ເສຍ 2 ນັດມີ 3 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ ໝົດສິດໄປຫຼິ້ນຮອບສຸດທ້າຍເປັນທີ່ແນ່ນອນແລ້ວ, ສ່ວນ ຍີ່ປຸ່ນ ມີ 6 ຄະແນນຈາກ 2 ນັດຢຶດທີມນໍາ, ອັນດັບ 2 ປາແລັສຕິນ ມີ 4 ຄະແນນເທົ່າກັບ ອັນດັບ 3 ເຢນເມນ ຈາກການລົງແຂ່ງຂັນ 2 ນັດເທົ່າກັນ, ສ່ວນ ກວມ ລົງສະໜາມ 3 ນັດບໍ່ມີຈັກຄະແນນ.

ຫຼັງຈົບການແຂ່ງຂັນ ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກ ທີມຊາດລາວ ໃຫ້ສໍາພາດວ່າ: ນັດນີ້ໃນເຄິ່ງເວລາທໍາອິດ ທີມຊາດລາວ ແມ່ນຫຼິ້ນໄດ້ແບບໜ້າຜິດຫວັງ. ຢ່າງໃດກໍຕາມ ເຄິ່ງເວລາທີ 2 ພວກເຮົາໄດ້ກັບມາສູ່ເກມ ແລະ ນັກເຕະທຸກຄົນກໍໄດ້ສະແດງຄວາມສາມາດໃຫ້ເຫັນ ຈົນສາມາດສູ້ກັບ ທີມຊາດໃນອາຊີຕາເວັນອອກກາງ ໄດ້ຢ່າງສູສີ ແລະ ພິສູດໃຫ້ເຫັນແລ້ວວ່າ ຢູ 20 ລາວ ຢູ່ໃນລະດັບ 1 ໃນ 4 ຂອງອາຊຽນແລ້ວໃນປັດຈຸບັນ, ເຖິງຈະບໍ່ໄດ້ໄປຕໍ່ແຕ່ພວກເຮົາຍັງມີນັດສຸດທ້າຍທີ່ຈະພົບກັບ ປາແລັສຕິນ ທີ່ເປັນອີກໜຶ່ງທີມທີ່ແຂງແກ່ນ ແລະ ແນ່ນອນພວກເຮົາຕ້ອງການຊະນະໃຫ້ໄດ້ ເຊິ່ງຈະເຮັດໄດ້ແບບນີ້ກໍຕ້ອງຂໍແຮງໃຈຈາກແຟນບານໃຫ້ມາເຊຍພວກເຮົາຫຼາຍ ເພື່ອສ້າງບັນຍາກາດ ແລະ ຮ່ວມສ້າງປະຫວັດສາດໄປນໍາກັນ.

ສໍາລັບ ທີມຊາດລາວ ຢູ 20 ຍັງເຫຼືອການແຂ່ງຂັນອີກ 1 ນັດໃນວັນທີ 18 ກັນຍາ 2022 ເວລາ 19:00 ໂມງພົບກັບ ປາແລສຕິນ, ສ່ວນການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023.
ຂ່າວ: Larh Creators; ຮູບ: ໜຸ່ມ ໜຶ່ງ ສຸນັນໄຊ