ເສດຖະກິດຫວຽດນາມ ຟື້ນຕົວຢ່າງແຂງແຮງ

80

VOVWORLD ລາຍງານວ່າ ກົມໃຫຍ່ສະຖິຕິກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປີດເຜີຍວ່າ ພື້ນຖານເສດຖະກິດຂອງຫວຽດນາມ ກຳລັງກັບຄືນສູ່ລະດັບເຕີບໂຕ ຄືດັ່ງໄລຍະກ່ອນເກີດການລະບາດຂອງພະຍາດໂຄວິດ – 19, ການດຳເນີນທຸລະກິດ, ການຜະລິດໄດ້ເຕີບໂຕຢ່າງແຮງ ເມື່ອທຽບໃສ່ປີຜ່ານມາ. ສິ່ງດັ່ງກ່າວນີ້ ຊ່ວຍໃຫ້ເສດຖະກິດຫວຽດນາມ ຂະຫຍາຍຕົວຕາມເປົ້າໝາຍທີ່ຕັ້ງໄວ້ໃນປີນີ້, ທ່າມກາງເສດຖະກິດໂລກກຳລັງປະເຊີນກັບບັນຫານາໆປະການ.

May be an image of text that says 'MSC'

ການນຳເຂົ້າ – ສົ່ງອອກ ສືບຕໍ່ເພີ່ມຂຶ້ນໃນລະດັບສູງ ເຖິງວ່າໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ເປັນຕົ້ນມາດຕະການຂວ້ຳບາດຂອງຕາເວັນຕົກຕໍ່ຣັດເຊຍ, ລາຄາວັດຖຸດິບ, ເຊື້ອເພີງນຳເຂົ້າເພີ່ມຂຶ້ນສູງ ເປັນຕົ້ນແມ່ນລາຄານ້ຳມັນ; ອັດຕາເງິນເຟີ້ຢູ່ຫຼາຍປະເທດໃນໂລກເພີ່ມຂຶ້ນ, ເສດຖະກິດຂອງປະເທດຄູ່ຄ້າສຳຄັນຟື້ນຕົວຊ້າ ລວມທັງພະຍາດລະບາດກໍຕາມ.

May be an image of outdoors

ກົມໃຫຍ່ສະຖິຕິຂອງຫວຽດນາມ ໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີນີ້ເສດຖະກິດຂອງຫວຽດນາມ ໄດ້ຟື້ນຕົວຢ່າງເຂັ້ມແຂງ ໂດຍສະເພາະຂະແໜງບໍລິການ ( ການຂາຍຍົກ – ຂາຍຍ່ອຍ ) ເພີ່ມຂຶ້ນ 19,3% ເມື່ອທຽບໃສ່ປີຜ່ານມາ, ໃນຂະນະທີ່ຂະແໜງທ່ອງທ່ຽວກໍເລີ່ມຄຶກຄັກ ໂດຍໃນ 8 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າຫວຽດນາມ 1.441.000 ເທື່ອຄົນ ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ປີຜ່ານມາ, ການນຳເຂົ້າ – ສົ່ງອອກສິນຄ້າ ບັນລຸ 497,64 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ປີຜ່ານມາ.