ສະໂມສອນບານບ້ວງ ຫຼວງພະບາງ ຄວ້າອັນດັບ 2 ASEAN SUPER LEAGUE 2022 ທີ່ໄທ

77

ເມື່ອເວົ້າເຖິງທີມບານບ້ວງໃນລາວເຮົາຕ້ອງ ສະໂມສອນບານບ້ວງຫຼວງພະບາງ ທີມຊາຍ ຫຼ້າສຸດສາມາດຄວ້າຮອງແຊັມ ຫຼື ອັນດັບ 2 ໃນການແຂ່ງຂັນບານບ້ວງຊີງແຊັມສະໂມສອນອາຊຽນ ( ASEAN SUPER LEAGUE 2022 ) ໃນລະວຫ່າງວັນທີ 3-12 ກັນຍາ 2022 ທີ່ປະເທດໄທ.

ການແຂ່ງຂັນບານບ້ວງຊີງແຊັມສະໂມສອນອາຊຽນ ປະຈໍາປີ 2022 ມີທີມເຂົ້າຮ່ວມຈຳນວນ 8 ທີມຈາກ 7 ຊາດ ປະກອບດ້ວຍ ທີມຈາກໄທ 2 ທີມ ໄດ້ແກ່ THUNG KHRU HI- TECH, BANGKOK TIGER, ທີມ PEGASUS BRUNEI ຈາກປະເທດ ບຣູໄນ, ທີມ BBM CLS KNIGHTS ຈາກປະເທດ ອິນໂດນີເຊຍ, ທີມ NS MATRIX ຈາກປະເທດມາເລເຊຍ, ທີມ ຫຼວງພະບາງ ຈາກປະເທດລາວ, ທີມ MEKONG UNITED ຈາກປະເທດຫວຽດນາມ ແລະ ທີມ ADROIT ຈາກປະເທດສິງກະໂປ.

ຜ່ານການແຂ່ງເກັບຄະແນນທີມຈາກຫລວງພະບາງສາມາດເຂົ້າສູ້ຮອບຊີງຊະນະເລີດ ໂດຍພົບ ເຕັງແຊັມນັ້ນກໍ່ຄືທີມ THUNG KHRU HI-TECH ຈາກປະເທດໄທ ແລະ ຜ່ານການແຂ່ງຂັນ ເປັນທີມ ຈາກປະເທດໄທເອົາຊະນະ ສະໂມສອນຫຼວງພະບາງ ໄປແບບວຸດວິດ 80-78 ຄະແນນ ເຮັດໃຫ້ທີມບານບ້ວງ ຫຼວງພະບາງ ຄວ້າລາງວັນຮອງຊະນະເລີດ ຮັບເງິນລາງວັນ 8 ແສນບາດ, ສ່ວນທີມຊະນະເລີດຮັບເງີນລາງວັນ 1 ລ້ານບາດ.

ສໍາລັບ ກ່ອນໜ້ານີ້ ສະໂມສອນບານບ້ວງ ຫຼວງພະບາງ ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານບ້ວງປະເພດ 3 ຄົນລາຍການ 3×3 BASKETBALL THAI SUPER LEAGUE 2022 ທີ່ຈະຈັດຂື້ນທີ່ ແຂວງອາຢຸດທະຍາ ປະເທດໄທ ລະຫວ່າງວັນທີ 1-5 ມິຖຸນາ 2022 ໂດຍສະເພາະທີມຊາຍສາມາດທະລຸເຂົ້າຮອບຊີງຊະນະເລີດພົບກັບ ທີມຈາກຍີ່ປຸ່ນ ກ່ອນເສຍໄປຄວ້າອັນດັບ 2 ໄປຄອງ ຫຼ້າສຸດກໍສາມາດຄວ້າອັນດັບ 2 ໄດ້ອີກຄັ້ງກໍຄືລາຍການທີ່ກ່າວມາຂ້າງເທິງ.
ຂ່າວ: Larh Creators; ຮູບຈາກ: LuangPrabang Basketball Club