ກະຊວງອຸດສາຫະກຳ ແລະ ການຄ້າ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແລະ ປະກາດການຈັດຕັ້ງ

93

ໃນວັນທີ 13 ກັນຍາ 2022 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີ ໂຄສະນາ-ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົມເກົ່າ ແຫ່ງຊາດລາວ ຄົບຮອບ 20 ປີ (9 ກັນຍາ 2002-9 ກັນຍາ 2022) ແລະ ພິທີປະກາດການຈັດຕັ້ງຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມມີບັນດາສະມາຊິກພັກ, ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ຫວນຄືນປະຫວັດການສ້າງຕັ້ງສະຫະພັນນັກຮົບເກົ່າ ໃນພາລະກິດຂອງການປະຕິວັດຊາດປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວການຕໍ່ສູ້ອັນຍືດເຍື້ອຍາວນານ, ມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ.

ມາໃນ 2002 ສະຫະພັນນັກຮົບເກົ່າ ໄດ້ສ້າງຕັ້ງຂຶ້ນ ໂດຍກົມການເມືອງສູນກາງພັກ ໄດ້ອອກຕາມມະຕິສະບັບ ເລກທີ 68/ກມສພ; ລົງວັນທີ 9/9/2002 ວ່າດ້ວຍການສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວຂຶ້ນ ແລະ ການຈັດຕັ້ງສະຫະພັນນັກຮົບເກົ່າ ແມ່ນອົງການຈັດຕັ້ງມະຫາຊົນຂອງພັກຊຶ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ; ມີຖານະຄືກັບອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງອື່ນໆຂອງພັກເຄື່ອນໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍແຫ່ງ ສປປ ລາວ; ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີລະບົບສາຍໂຍການຈັດຕັ້ງປະກອບດ້ວຍ 4 ຂັ້ນຄື: 1. ຂັ້ນສູນກາງ; 2. ຂັ້ນແຂວງ, ກຳແພງນະຄອນ ແລະ 3. ຂັ້ນເມືອງ; 4. ຂັ້ນຮາກຖານ (ບ້ານ) ມີບົດບາດເປັນເສນາທິການໃຫ້ແກ່ສູນກາງພັກໃຫ້ແກ່ຄະນະພັກແຕ່ລະຂັ້ນໃນດ້ານວຽກງານຂົນຂວາຍ, ເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມຖັນແຖວນັກຮົບເກົ່າໃຫ້ຮັກສາທາດແທ້ມູນເຊື້ອອັນດີງາມຂອງການປະຕິວັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ.

ພ້ອມກັນນີ້, ໃນພິທີຍັງໄດ້ມີພິທີປະກາດແຕ່ງຕັ້ງ ທ່ານ ຕຸລາໄຊ ພັນທະວົງ ເປັນຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ເປັນຮອງຫົວໜ້ກົມຊັບສິນທາງປັນຍາອີກດ້ວຍ.