ຫົວໜ້າຄູຝຶກ ຢູ 20 ລາວ ເນັ້ນນັດພົບ ເຢເມນ ແລງມື້ນີ້ສຸດສໍາຄັນ

47

ຖືວ່າເປັນໄປຕາມຄາດສໍາລັບ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 20 ປີ ບໍ່ສາມາດຕ້ານທານຄວາມແຂງແກ່ນຂອງ ທີມຊາດຍີ່ປຸ່ນ ກ່ອນເສຍໄປ 0-4 ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ເມື່ອວັນທີ 12 ກັນຍາ 2022. ຢ່າງໃດກໍຕາມ, ຫົວໜ້າຄູຝຶກທີມຊາດລາວ ບອກຍັງມີໂອກາດ ໂດຍສະເພາະນັດພົບກັບ ເຢເມນ ສຸດສໍາຄັນ.

ນັດດັ່ງກ່າວ ທີມຊາດຍີ່ປຸ່ນ ສະແດງສັກກະຍະພາບຂອງການເປັນທີມລະດັບທ໊ອບຂອງອາຊີ ໄດ້ຢ່າງໂດດເດັ່ນຄອງເກມ ເໜືອກວ່າ ແລະ ຄຸມເກມໄດ້ທຸກຢ່າງ ຈົບເກມ ເອົາຊະນະ ທີມຊາດລາວ 4-0 ໂດຍໄດ້ປະຕູຈາກ ISA SAKAMOTO ນາທີໆ 21, RIKU YAMANE ນາທີໆ 44, SOTA KITANO ນາທີໆ 63 ແລະ ISSEI KUMATORIYA ນາທີໆ 69.

ເຮັດໃຫ້ ທີມຊາດຍີ່ປຸ່ນ ລົງສະໜາມນັດທໍາອິດມີ 3 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມ, ສ່ວນ ທີມນໍາເອົາຂອງ ປາແລັສຕິນ ມີ 4 ຄະແນນຈາກ 2 ນັດ ແລະ ທີມຊາດລາວ ຢູ່ອັນດັບ 3 ມີ 3 ຄະແນນຈາກ 2 ນັດ, ອັນດັບ 4 ເຢເມນ ມີິ 1 ຄະແນນຈາກ 1 ນັດ ແລະ ອັນດັບ 5 ກວມ ລົງສະໜາມ 2 ນັດບໍ່ມີຈັກຄະແນນ.

ຫຼັງຈົບການແຂ່ງຂັນ ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກ ທີມຊາດລາວ ໃຫ້ສໍາພາດວ່າ: ນັດພົບກັບ ຍີ່ປຸ່ນ ນັ້ນພວກເຮົາກໍຫຼິ້ນໄດ້ເຕັມທີ່ແລ້ວ ໂດຍສະເພາະແມ່ນພວກເຮົາພະຍາຍາມຕັ້ງຮັບ ແລະ ສວນກັບ, ແຕ່ວ່າ ຍີ່ປຸ່ນ ເປັນທີມທີ່ດີທີ່ສຸດໃນອາຊີສາມາດໂຈມຕີປີກຂວາຂອງ ທີມຊາດລາວ ຢ່າງໜັກ. ຢ່າງໃດກໍຕາມ ພວກເຮົາກໍພະຍາຍາມສ້າງສິ່ງມະຫັດສະຈັນໃຫ້ເກີດຂຶ້ນ ແຕ່ສຸດທ້າຍມັນກໍບໍ່ເກີດຂຶ້ນ ແລະ ແນ່ນອນພວກເຮົາໄດ້ເວົ້າກັບນັກເຕະວ່າ ພວກເຮົາຍັງມີໂອກາດອີກ 2 ນັດ ໂດຍສະເພາະນັດທີ່ຈະພົບກັບ ເຢເມນ ເປັນນັດທີ່ສໍາຄັນ ຖ້າເຮົາສ້າງໂອກາດໄດ້ກໍມີໂອກາດຊະນະ ລວມເຖິງນັດທີ່ຈະພົບກັບ ປາແລັສຕິນ ກໍເປັນອີກນັດໜຶ່ງທີ່ພວກເຮົາຈະຕ້ອງເອົາໃຈໃສ່ ແລະ ຫວັງຊະນະໃຫ້ໄດ້.

ສໍາລັບ ທີມຊາດລາວ ຢູ 20 ຍັງເຫຼືອການແຂ່ງຂັນອີກ 2 ນັດ ຖ້າຫາກຊະນະໝົດກໍມີໂອກາດລຸ້ນເຂົ້າຮອບເຊັ່ນກັນຄື:
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ເຊິ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໂດຍການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023.
ຂ່າວ-ຮູບ: Larh Creators