ເພງໃໝ່ “ກັບບໍ່ໄດ້” ຂອງ Youd Salavan ft.STS73 ກະແສຕອບຮັບດີ ແນະນໍາໃຫ້ຟັງ

197

ແຟນເກົ່າທີ່ເລີກລາກັນໄປ! ແຕ່ຍັງຮັກຫຼາຍ ກັບແຟນໃໝ່ ເຈົ້າຈະເລືອກໃຜ ຟັງເພງນີ້ “ກັບບໍ່ໄດ້” Youd Salavan ft.STS73
ບອກເລີຍວ່າເພງນີ້ໂດນໃຈໄວລຸ້ນຫຼາຍໆຄົນຢ່າງແນ່ນອນ ກັບເພງໃໝ່ຂອງ Youd Salavan ft.STS73 ທີ່ປ່ອຍຕົວຢ່າງ ແລະ ສຽງອອກມາໃຫ້ຟັງກ່ອນ ກໍເປັນກະແສ ແລະ ແຟນເພງກໍຕິດຕາມ

ຫຼ້າສຸດປ່ອຍເພງແລະ ເອັມວີເຕັມ ທີ່ເປັນເພງທໍາອິດທີ່ມີເອັມວີ ເປັນເລື່ອງລາວຈັດເຕັມ ທີ່ເພີ່ມຄວາມອີນຟີນໄປຕາມໆກັນ

ເປັນເພງເສົ້າ ເນື້ອຫາປະມານວ່າ ແຟນໄດ້ມີຄົນໃໝ່ ແລະ ຖິ້ມໄປ ແລ້ວເຮົາກໍມີແຟນໃໝ່ແລ້ວ ຈາກນັ້ນແຟນເກົ່າກໍກັບມາງໍ້ ຂໍຄືນດີ ເລີຍເປັນຄວາມຮູ້ສຶກທີ່ຈະກັບໄປ ຫຼື ບໍ່ ສ່ວນເພງນີ້ແມ່ນກັບບໍ່ໄດ້ ເພາະຕອນທີ່ເຈົ້າຖິ້ມໄປກໍບໍ່ເຫັນສົນໃຈ ບໍ່ແຄ ແລະ ຕອນນີ້ຂ້ອຍກໍມີໃໝ່ ມີຄົນຂອງຂ້ອຍແລ້ວ ຄົງກັບໄປບໍ່ໄດ້ …

.


ຖ້າເປັນເຈົ້າເດ ຈະເລືອກກັບໄປ ຫຼື ບໍ່ ?

.


ໄປຊົມ ແລະ ໄປຟັງແບບມ່ວນໆຈັດເຕັມຄວາມຟິນ ຄວາມເສົ້າໄດ້ທີ່ ຊ່ອງ ຢູທູບ หยุด สาละวัน