ນາຍົກກຳປູເຈຍ ຊີ້ ອາຊຽນຕ້ອງເພີ່ມທະວີຄວາມສາມັກຄີ ເພື່ອຜ່ານພົ້ນຄວາມທ້າທາຍ

52

ສຳນັກຂ່າວຊິນຫົວລາຍງານວ່າ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ໃນຖານະປະທານອາຊຽນ 2022 ໄດ້ກ່າວຕໍ່ກອງປະຊຸມຄວາມເປັນຜູ້ນຳ ແລະ ຄວາມເປັນຫຸ້ນສ່ວນອາຊຽນ ທີ່ນະຄອນຫຼວງພະນົມເປັນ ໃນວັນທີ 12 ກັນຍາ 2022 ວ່າ ໃນຂະນະນີ້ການແຂ່ງຂັນທາງພູມີລັດຖະສາດກຳລັງພົ້ນເດັ່ນ, ອາຊຽນຕ້ອງເປັນແບບຢ່າງ ແລະ ເຮັດວຽກຮ່ວມກັນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ດ້ວຍການເພີ່ມທະວີ ຄວາມສາມັກຄີ ແລະ ຄວາມເປັນສູນກາງຂອງອາຊຽນ ຕະຫຼອດຮອດການຢຶດໝັ້ນຄວາມເປັນຫຸ້ນສ່ວນ ແລະ ກົນໄກພາຫຸພາຄີຢ່າງເຂັ້ມງວດ.

May be an image of 1 person

ນອກຈາກນີ້, ອາຊຽນຕ້ອງມີບົດບາດເປັນສູນກາງ ແລະ ເປັນພື້ນທີ່ສຳລັບການເຈລະຈາ ແລະ ການຮ່ວມມື ພ້ອມທັງເສີມສ້າງໂຄງສ້າງລະດັບພູມີພາກທີ່ເປີດກວ້າງ, ໂປ່ງໃສ, ຄວບຄຸມ ແລະ ເປັນໄປຕາມກົດເກນ.

May be an image of 1 person and standing

ສົມເດັດ ຮຸນເຊັນ ກ່າວອີກວ່າ: ກຳປູເຈຍ ໃນຖານະປະທານອາຊຽນ ໄດ້ປະຕິບັດໜ້າທີ່ຢ່າງເຂັ້ມງວດ ເພື່ອຂະຫຍາຍ ແລະ ເສີມສ້າງການຮ່ວມມື ແລະ ການເປັນຫຸ້ນສ່ວນຂອງອາຊຽນໃນຫຼາກຫຼາຍຮູບແບບ ເຊິ່ງຄວບຄຸມທຸກມິຕິທີ່ກ່ຽວຂ້ອງກັບສັງຄົມ, ເສດຖະກິດ, ການຄ້າ, ການລົງທຶນ ລວມທັງປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ປະຊາຄົມລະຫວ່າງປະເທດ.