ຈີນ ເປີດເຜີຍຮູບລັກສະນະແຮ່ທາດຊະນິດໃໝ່ຈາກດວງຈັນ

47

ສຳນັກຂ່າວຊິນຫົວລາຍງານວ່າ ສະຖາບັນວິໄຈທໍລະນີວິທະຍາ ຢູເຣນຽມປັກກິ່ງ ຂອງບໍລິສັດນິວເຄລຍແຫ່ງຊາດຈີນ ໄດ້ເປີດເຜີຍລັກສະນະຮູບຊົງ 3 ມິຕິ ທີ່ໄດ້ຈາກການຊີທີ ສະແກນ ( CT scan ) ອະນຸພາກຈິງຂອງແຮ່ຊະນິດໃໝ່ທີ່ມີຊື່ວ່າ Changesite-( Y ).

May be an image of 1 person and standing

ທັງນີ້, ອົງການບໍລິຫານອະວະກາດແຫ່ງຊາດຈີນ ແລະ ສຳນັກງານພະລັງງານປະລະມານູແຫ່ງຊາດຈີນ ໄດ້ຮ່ວມກັນປະກາດເມື່ອບໍ່ດົນມານີ້ວ່າ ທີມນັກວິທະຍາສາດຂອງຈີນໄດ້ຄົ້ນພົບແຮ່ທາດຊະນິດໃໝ່ Changesite-( Y ) ຈາກດວງຈັນ ຜ່ານການວິໄຈຕົວຢ່າງທີ່ເກັບຈາກດວງຈັນໂດຍຍາຍຊາງເອີ – 5 ( Chang’e-5 ) ຂອງຈີນ.

May be an image of 2 people, people standing and indoor