ສະແດງຄວາມຍິນດີດ້ວຍ! ໃນທີ່ສຸດກໍສໍາເລັດຕາມຝັນ ວັນວິສາ ນາມເສນາ Miss Teen Laos 2022 ຫຼ້າສຸດ

109

ໃນທີ່ສຸດກໍເດີນຕາມຄວາມຝັນດ້ວຍຄວາມມຸ່ງໝັ້ນຂອງຕົນເອງ ຈົນປະສົບຄວາມສໍາເລັດ ຕ້ອງຂໍສະແດງຄວາມຍິນດີດ້ວຍ ຍ້ອນຄວາມພະຍາຍາມຈົນສາມາດເອົາຊະນະໃຈຄະນະກໍາມະການ ແລະ ກອງເຊຍຈົນສາມາດຄວ້າມົງກຸດຈາກເວທີ Miss Teen Laos 2022 ມາຄອບຄອງ ເປັນຕົວແທນດວງດາວແຫ່ງຍຸກສະໄໝ ຂໍສະແດງ ຄວາມຍິນດີຢ່າງສຸດໃຈກັບ Miss Teen Laos ຄົນຫຼ້າສຸດ ວັນວິສາ ນາມເສນາ ຫຼື ໂບ MTL01 ງົດງາມ ແລະ ພຽບພ້ອມສົມກັບຕໍາແໜ່ງ ແລະ ເປັນຜູ້ຄອບຄອງມົງກຸດຄົນທີ 3 ຈາກເວທີດັ່ງກ່າວ.

ມາທໍາຄວາມຮູ້ຈັກກັບນ້ອງໃຫ້ຫຼາຍຂຶ້ນ ສໍາລັບ ໂບ ປັດຈຸບັນອາຍຸ 16 ປີ ແລະ ຕອນນີ້ແມ່ນຢູ່ສັງກັດທີ່ Naga Studio ໂດຍເລີ່ມເຂົ້າວົງການປະກວດຕັ້ງແຕ່ອາຍຸ 11 ປີເທົ່ານັ້ນ ເຊິ່ງເວທີທຳອິດແມ່ນ Laos Supermodel 2017 ໄດ້ຜ່ານຮອບ 50 ຄົນ ຈົນມາຮອດ ປີ 2019 ໂບ ໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳທີ່ເຮັດໃຫ້ໄດ້ເຂົ້າຮອບເລິກເຖິງຮອບ 10 ຄົນສຸດທ້າຍ ແລະ ໃນປີ 2020 ການກັບມາປະກວດອີກຄັ້ງໃນເວທີ TKK Supermodel Contest 2020 ເຮັດໃຫ້ໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ.

ໂບ ເຄີຍໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຍ້ອນວ່າຕົນເອງມັກຮັກໃນການປະກວດນາງງາມ ແລະ ເວທີ Miss Teen Laos ມົງກຸດຂອງ Miss Teen Laos ຍັງແມ່ນຄວາມຫວັງ ແລະ ຄວາມຝັນທີ່ຢາກຄອບຄອງ ຈຶ່ງກັບມາປະກວດເທິງເວທີ Miss Teen Laos ອີກຄັ້ງ ເພາະຍັງເຊື່ອໝັ້ນໃນ ຄວາມຝັນ ແລະ ຄວາມພະຍາຍາມຂອງຕົນເອງ ຫວັງທີ່ຈະກັບມາແກ້ມື ພັດທະນາຕົນເອງອີກຄັ້ງ ເພື່ອຈະພິສູດໃຫ້ທຸກຄົນໄດ້ເຫັນວ່າ “ ສາວນ້ອຍທຳມະດາໆຄົນນີ້ ກໍສາມາດທີ່ຈະຂ້າມຜ່ານຄວາມຢ້ານກົວນັ້ນມາໄດ້ເຊັ່ນດຽວກັນ ”.

ສໍາລັບຄະຕິປະຈຳໃຈຄື: “ ຢ່າຢ້ານທີ່ຈະລົ້ມເຫຼວ ແຕ່ຈົງຢ້ານຖ້າບໍ່ໄດ້ລົງມືເຮັດ ” ເຊິ່ງສາວງາມຄົນນີ້ເປັນອີກໜຶ່ງຄົນທີ່ມີ ຄວາມສາມາດກຫຼາກຫຼາຍຢ່າງ ບໍ່ວ່າຈະເປັນການເຕັ້ນ, ຮ້ອງ, ຟ້ອນ, ເດີນແບບ ແລະ ມີຈຸດເດັ່ນໃນເລື່ອງການເປັນຕົວຂອງຕົນເອງ ບໍ່ຢຸດທີ່ຈະພັດທະນາຕົວເອງ ໝັ້ນໃຈເຮັດທຸກຢ່າງເຕັມທີ່.

ກ່ອນເຂົ້າຮ່ວມປະກວດນ້ອງໂບ ກໍໄດ້ມີການກຽມຕົວໃນຫຼາຍຢ່າງເຊັ່ນ: ການຍ່າງ, ຕອບຄຳຖາມ, ຝຶກຍິ້ມ, ຝຶກສ້າງອາລົມ ຄວາມຮູ້ສຶກໃນເວລາຍ່າງ ໃຫ້ຄົນທີ່ເຫັນເຊື່ອໃນສິ່ງທີ່ຕ້ອງການຈະສື່ສານອອກໄປ, ນອກນັ້ນແລ້ວນ້ອງຍັງເບິ່ງແຍງເລື່ອງຂອງຜິວພັນ, ໜ້າຕາຢູ່ສະໝໍ່າສະເໝີ, ພ້ອມນີ້ ໂບ ຍັງມັກຈະຊ່ວຍເຫຼືອສັງຄົມຢູ່ຕະຫຼອດໂດຍການບໍລິຈາກອາຫານການກິນຕ່າງໆ ໃຫ້ເອື້ອຍອ້າຍນ້ອງຜູ້ທີ່ດ້ອຍໂອກາດ ເພາະເຊື່ອວ່າກຳລັງໃຈ ແລະ ການແບ່ງປັນແມ່ນສິ່ງທີ່ດີ ແລະ ສໍາຄັນທີ່ສຸດ.

ສໍາລັບກິດຈະກຳຍາມວ່າງຂອງສາວງາມຄົນນີ້ແມ່ນ ເປັນຄົນທີ່ມັກຢູ່ກັບຄອບຄົວຫຼາຍໆ ແລະ ການຫຼິ້ນກີລາຕີດອກປີກໄກ່, ເຮັດອາຫານແບ່ງໃຫ້ຄົນໃນຊຸມຊົນດຽວກັນ ແລະ ຝຶກເຕັ້ນ ສ່ວນຮູບແບບການແຕ່ງຕົວຂອງນ້ອງມັກແນວຫວານໆ;

ຜົນງານຜ່ານມາແມ່ນຮ່ວມເດີນແບບໃຫ້ງານ better together charity ແລະ ໄດ້ຖ່າຍແບບຕ່າງໆ ຖ່າຍໂຄສະນາໃຫ້ທົ່ງຂັນຄຳມໍ ນຳອີກດ້ວຍ.

ສຸດທ້າຍກໍຢາກໃຫ້ທຸກຄົນຕິດຕາມຜົນງານຕ່າງໆ ເພາະແນ່ນອນວ່າຈະມີຜົນງານອອກມາໃຫ້ໄດ້ຊົມກັນ ຊ່ອງທາງການຕິດຕາມເຟສບຸ໊ກ Bobey Vanvisa.