ມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກກະຊວງ ຮສສ ໄປຂຶ້ນກັບ ຫສນຍ

91

ພິທີມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກອົງຄະນະພັກກະຊວງແຮງງານ ແລະ ສະຫວັດການສັງຄົມ(ຮສສ) ມາຂຶ້ນກັບອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ກັນຍາ 2022 ຢູ່ທີ່ເຮືອນຮັບແຂກກະຊວງ ຮສສ, ເພື່ອປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ໂດຍການລົງນາມມອບ-ໂອນ ລະຫວ່າງ ສະຫາຍນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຮສສ ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສນຍ, ໂດຍມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ດຣ ສິງ ເມໂນລາດ ເລຂາຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະພັກອົງການກາແດງແຫ່ງຊາດລາວ ປະກອບມີ 4 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກຫ້ອງການ, ໜ່ວຍພັກບັນເທົາທຸກ, ໜ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນຂວາຍການກຸສົນ ແລະ ໜ່ວຍພັກສູນເລືອດແຫ່ງຊາດ, ເຊິ່ງໃນໄລຍະ 6 ປີຜ່ານມາການນໍາພາ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານແມ່ນມີທັງສິ່ງອໍານວຍ ແລະ ເງື່ອນໄຂສະດວກ, ພ້ອມທັງມີສິ່ງທ້າທາຍຫຍຸ້ງຍາກ. ແຕ່ແນວໃດກໍ່ຕາມ ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງບັນດາໜ່ວຍພັກ ດ້ວຍນໍ້າໃຈບຸກທະລຸຂອງສະມາຊິກພັກ-ພະນັກງານ ທຸກສະຫາຍ ເຮັດໃຫ້ສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ສາມາດຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງຕົນ ຈົນມີຜົນສໍາເລັດເລື້ອຍມາ.

ໃນໂອກາດ ມີຄໍາເຫັນຕໍ່ພິທີຂອງສະຫາຍນາງ ໃບຄໍາ ຂັດທິຍະ ແລະ ສະຫາຍ ອາລຸນໄຊ ສູນນະລາດ ຕາງກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວຫນ້າທີ່ການເມືອງຂອງຄະນະພັກອົງການກາແດງແຫ່ງຊາດລາວ ໃນຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ເພື່ອເຮັດສໍາເລັດໜ້າທີ່ທີ່ຖືກມອບໝາຍ ຢ່າງມີຜົນສໍາເລັດ.