ນູ້ ນູ້ເລົ່າ ຫວາເມັ່ງລໍ ຮອງອັນດັບ2 ມີສທີນລາວ 2022

0
268

ອີກໜຶ່ງສາວງາມ MTL 10 ນູ້ ນູ້ເລົ່າ ຫວາເມັ່ງລໍ ຜູ້ຄ້ວາຕຳແໜ່ງ ຮອງອັນດັບ2 ມີສທີນລາວ 2022 ຖືເປັນສາວງາມ ໂດດເດັ່ນໃນເວທີອີກຄົນ ຕັ້ງແຕ່ຮອບທໍາອິດ,


ນູ້ເລົ່າ ຫວາເມັ່ງລໍ່ ຫຼື ນູ້ ອາຍຸ 20 ປີ ນໍ້າໜັກ 55 ກິໂລກຣາມ ລວງສູງ 165 ຊັງຕີແມັດ ກຳລັງສຶກສາທີ່ສະຖາບັນການທະນາຄານ ປີ 3 ມາຈາກແຂວງຊຽງຂວາງ.


ການປະກວດເວທີ Miss Teen Laos 2022 ເປັນເວທີທໍາອິດຂອງນູ້ ເຊິ່ງຄວາມໃຝ່ຝັນທີ່ນູ້ຫວັງໄວ້ໃນເວທີນີ້ຄືການໄດ້ເປັນແຮງບັນດານໃຈໃຫ້ກັບໄວໜຸ່ມລາວທຸກໆຊົນເຜົ່າ ໃຫ້ເຂົາເຈົ້າເບິ່ງມາທີ່ນູ້ແລ້ວຮູ້ສຶກມີຄວາມຫວັງມີແຮງຜັກດັນໃຫ້ໄວໜຸ່ມລາວກ້າວໄປຫາຄວາມຝັນ ເປັນທັງກະບອກສຽງ ແລະ ລົງມືເຮັດໃນການຊ່ວຍເຫຼືອສັງຄົມເທົ່າທີ່ນູ້ສາມາດເຮັດໄດ້ ສຳລັບນູ້ຄິດວ່າວົງການບັນເທີງມັນໄກຈາກຕົວນູ້ຫຼາຍ ເພາະວ່າເຮົາເປັນເດັກນ້ອຍຕ່າງແຂວງແດ່ບໍ່ຄ່ອຍຮູ້ວິທີເຂົ້າສັງຄົມແດ່ ແຕ່ຖ້ານູ້ມີໂອກາດໄດ້ເຮັດວຽກດ້ານວົງການບັນເທີງກໍຈະດີໃຈ ແລະ ເຮັດໃຫ້ເຕັມທີ່.

.


ອີກສິ່ງໜຶ່ງທີ່ເປັນເປົ້າໝາຍຂອງນູ້ກໍຄື ຢາກໃຫ້ທຸກຄົນໄດ້ຮູ້ຈັກນູ້ຫຼາຍຂຶ້ນໃນຖານະໄວໜຸ່ມທີ່ເປັນແຮງຜັກດັນເປັນກະບອກສຽງໃນການຊ່ວຍເຫຼືອສັງຄົມ ເຮັດໃຫ້ສັງຄົມມີການພັດທະນາໄປໃນທິດທາງທີ່ດີຂຶ້ນ ໂດຍສະເພາະກໍແມ່່ນທາງດ້ານການສຶກສາໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກໃຫ້ສາມາດເຂົ້າເຖິງການສຶກສາໄດ້ຫຼາຍຂຶ້ນ.

.

.

ຮູບ: Nou Nou

LEAVE A REPLY

Please enter your comment!
Please enter your name here