ພົບຄົນໄທນຳອາວຸດເສິກ ແລະ ຢາສູບໄຟຟ້າ 600 ກອກເຂົ້າ-ອອກລາວ

157

ໃນວັນທີ 11 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີດ່ານພາສີສາກົນຂົວມິດຕະພາບ I ທີ່ຂຶ້ນກັບພາສີ ປະຈໍານະຄອນຫຼວງວຽງຈັນ, ໄດ້ປະຕິບັດໜ້າທີ່ຂອງຕົນຕາມປົກກະຕິໃນການກວດກາຄົນເຂົ້າ-ອອກເມືອງ ແລະ ພົບເຫັນປະຊາຊົນໄທຄົນໜຶ່ງຂັບລົດຂ້າມມາລາວ ກວດຄົ້ນໃນລົດອາວຸດເສີກ (ປະເພດປືນຍາວ) ແລະ ປະເພດຢາສູບໄຟຟ້າຈໍານວນ 600 ກອກຈຶ່ງໄດ້ຢຶດໄວ້ ເພື່ອດຳເນີນການສືບສວນຕໍ່ໄປ.


ຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ໃນວັນທີ 11 ກັນຍາ 2022 ນີ້, ເຈົ້າໜ້າທີ່ພາສີປະຈຳການຢູ່ຈຸດກວດກາພາຫະນະຂາເຂົ້າຂອງດ່ານ,ໄດ້ປະຕິບັດໜ້າທີ່ຕາມວິຊາສະເພາະຂອງຕົນໂດຍໄດ້ຂໍອະນຸຍາດກວດກາພາຫະນະຕ່າງປະເທດ, ປະເພດລົດຈີບ, ຍີ້ຫໍ້: ມິດຊູບີຊີ (ປາຈີໂຣສະປອດ) ສີດໍາທະບຽນໄທ ກງ 5939 ໜອງຄາຍ, ພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕຳຫຼວດ ຕມ ປະຈຳດ່ານແລ້ວ, ຜ່ານການກວດກາພາຫະນະດັ່ງກ່າວໄດ້ເຫັນແກັດເຈັ້ຍຍາວ 01 ແກັດ, ເຈົ້າໜ້າທີ່ພາສີໄດ້ຖາມຄົນຂັບລົດວ່າແມ່ນແກັດຫຍັງ, ຊຶ່ງຜູ້ກ່ຽວໄດ້ຕອບວ່າເປັນແກັດເຄື່ອງອາໄລ່ລົດ, ເມື່ອເປັນແນວນັ້ນເຈົ້າໜ້າທີ່, ຈຶ່ງໄດ້ກວດກາໂດຍຊ່ອງໜ້າເຈົ້າຂອງພາຫະນະ, ພົບເຫັນອາວຸດເສິກ (ປືນຍາວ) 01 ກະບອກ, ຍີ້ຫໍ້ KM 12 DERYA ຜະລິດໃນປະເທດ ຕຸກກີ (TURKIYE) ເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ).


ຜ່ານການສືບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວຊື່ທ້າວ ພິທັກ ສຸກເສີມ ອາຍຸ 42 ປີ ສັນຊາດໄທ, ອາຊີບ ຂັບລົດ, ຖືໜັງສືຜ່ານແດນເລກທີ A00191588, ລົງວັນທີ 07 ກັນຍາ 2022 ອອກທີ່ຈັງຫວັດໜອງຄາຍ, ໄດ້ນໍາ ອາວຸດເສິກ (ປືນຍາວ) 01 ກະບອກ ຍີ້ຫໍ້ KM 12 DERYA ຜະລິດໃນປະເທດຕຸກກີ (TURKIYE) ເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ) ບໍ່ອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານດ່ານ, ເຄື່ອນຍ້າຍ, ຊື້ຂາຍ ຫຼື ມີໄວ້ຄອບຄອງ ແລະ ເປັນການລະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2022 ມາດຕາ 58 ແລະ ກົດໝາຍອື່ນໆທີ່ຕິດພັນ.

ສໍາລັບຜູ້ຕ້ອງຫາ ແລະ ອາວຸດເສິກໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈຳດ່ານນຳໄປດຳເນີນການຕາມພາລະບົດບາດ, ສ່ວນພາຫະນະນຳໃຊ້ໃນການກະທໍາຄວາມຜິດເຈົ້າໜ້າທີ່ພາສີໄດ້ຮັກສາໄວ້ຊົ່ວຄາວຢູ່ດ່ານພາສີສາ ກົນຂົວມິດຕະພາບ I.


ໃນວັນດຽວກັນນັ້ນ (ວັນທີ 11 ກັນຍາ 2022) ເຈົ້າໜ້າທີ່ພາສີປະຈໍາຈຸດກວດກາຜູ້ໂດຍສານຂາອອກຂອງດ່ານພາສີສາກົນຂົວມິດຕະພາບ I ກໍ່ໄດ້ກວດພົບເຫັນ ແລະ ຢຶດປະເພດຢາສູບໄຟຟ້າຈໍານວນ 600 ກອກ, ຊຶ່ງເຈົ້າໜ້າທີ່ພາສີໄດ້ກວດພົບເຫັນ, ພາຍຫຼັງທີ່ຜູ້ໂດຍສານໄດ້ແຈ້ງໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕຳຫຼວດສຳເລັດແລ້ວ, ເຈົ້າໜ້າທີ່ພາສີທີ່ປະຈຳການຢູ່ຈຸດກວດກາຜູ້ໂດຍສານຂາອອກ, ໄດ້ຂໍອະນຸຍາດກວດກາເຄື່ອງຕິດຕົວຜູ້ໂດຍສານເປັນແກັດເຈັ້ຍຈໍານວນ 02 ແກັດ, ຊາບຊື່ຂອງຜູ້ໂດຍສານທ້າວ ໂກລາວິດ ສຸລີນທາໃຈ, ອາຍຸ 25 ປີ, ສັນຊາດໄທ, ອາຊີບ ຄ້າຂາຍ, ຢູ່ຈັງຫວັດຊຽງໃໝ່ (ປະເທດໄທ), ຖືໜັງສືຜ່ານແດນເລກທີ AB 2733597, ຜ່ານການກວດກາໄດ້ພົບເຫັນຢາສູບໄຟຟ້າຢູ່ໃນແກັດຈຳນວນ 30 ກ່ອງ/20 ກອກ, ລວມທັງໝົດ 600 ກອກ.

ຊຶ່ງສິນຄ້າດັ່ງກ່າວບໍ່ໄດ້ແຈ້ງລາຍລະອຽດຕໍ່ເຈົ້າໜ້າທີ່ພາສີ ແລະ ບໍ່ມີອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ, ສິນຄ້າທີ່ກວດພົບໄດ້ໃນຄັ້ງນີ້ເປັນປະເພດຢາສູບໄຟຟ້າ, ຍີ້ຫໍ້ Quik cola lemon ນໍ້າໜັກ: 18 kg, ມູນຄ່າ: 942,85 ໂດລາສະຫະລັດຜະລິດມາຈາກ ສປ ຈີນ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວສາລະພາບຢາສູບດັ່ງກ່າວຈະນຳອອກໄປປະເທດໄທ, ເພື່ອສົ່ງກັບຄືນໃຫ້ລູກຄ້າ ແລະ ບໍ່ຮູ້ວ່າເປັນເຄື່ອງຕ້ອງຫ້າມ, ເມື່ອເປັນແນວນັ້ນເຈົ້າໜ້າທີ່ພາສີເຫັນວ່າລະເມີດຕໍ່ກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆທີ່ຕິດພັນ, ຈຶ່ງໄດ້ເຮັດບົດບັນທຶກສິນຄ້າ, ເຄື່ອງຂອງດັ່ງກ່າວ ແລະ ປັດຈຸບັນແມ່ນກໍາລັງດໍາເນີນຄະດີຕາມລະບຽບການ.
ສ່ວນຢາສູບຈໍານວນ 600 ກອກ, ປັດຈຸບັນແມ່ນຮັກສາໄວ້ຢູ່ສາງດ່ານພາສີສາກົນຂົວມິດຕະພາບ I ແລະ ກຽມມອບ-ຮັບໃຫ້ຂະແໜງການກ່ຽວຂ້ອງນໍາໄປທໍາລາຍຢ່າງເປັນທາງການ.