ເອ ສຸພະວັນ ຕຸລາຄົມ ຮອງອັນດັບໜຶ່ງ Miss Teen Laos 2022 ພ້ອມລາງວັນພິເສດ

96

ຮູ້ຈັກຮອງອັນດັບໜຶ່ງ Miss Teen Laos 2022 ນ້ອງ ເອ ສຸພາວັນ ຕຸລາຄົມ MTL02 ສາວງາມໜ້າຫວານ, ຫຼື ໜ້ານິ້ງກໍງາມ ແລະ ໜ້າຄົນຫາ ແຖມຍັງເປັນສາວຄົນໜຶ່ງທີ່ລີລາການຟ້ອນລໍາບໍ່ແພ້ໃຜ ຈາກການໂຊຟ້ອນນາກໃນຮອບເກັບຄະແນນ ຖືວ່າເປັນອີກໂຕເຕັງທີ່ຫຼາຍໆຄົນເຊຍ


ເຊິ່ງນ້ອງເອ ເຄີຍໃຫ້ສໍາພາດວ່າ ຄວາມສາມາດ ແລະ ສິ່ງທີ່ເອຈະສະແດງໃນການປະກວດຄັ້ງນີ້ ກໍຄືການຟ້ອນທີ່ບໍ່ຄືໃຜ ແລະ ບອກເລີຍວ່າຖ້າທຸກຄົນໄດ້ເຫັນຕ້ອງວ້າວແນ່ນອນ ໃນທີ່ສຸດກໍວ້າງອີ່ຫຼີ່ ຊົມໄດ້ໃນຄຣິບ
ນອກຈາກລາງວັນ ຮອງອັນດັບ 1 Miss Teen Laos ມີສທີນລາວ 2022

.


ພ້ອມນີ້ ເອຍັງໄດ້ຮັບລາງວັນ Miss Popular Vote ນໍາອີກ ຂອງ Aey Soupha vanh Toulakhome ນັ້ນເອງ.
ປັດຈຸບັນ ເອ ອາຍຸ 19 ປີ ສູງ 170 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ກຳລັງຮຽນຢູ້ຊັ້ນ ຜ່ານມາເຄີຍປະກວດເວທີ Miss Teen Laos 2019 ຮອບ 20ຄົນ, ເຄີຍລົງປະກວດ TKK Supermodel Contest 2020 ໄດ້ລາງວັນຊະນະເລີດ


ຄະຕິປະຈຳໃຈຂອງຕົນເອງຢູ່ຄື ‘’ ຄວາມສຳເລັດ ເລີ່ມຕົ້ນຈາກຕົວເຮົາເອງ ’’ ສະນັ້ນຈຶ່ງເຮັດໃຫ້ນ້ອງຕັ້ງໃຈ ພະຍາຍາມ ເພື່ອຈະຕາມຫາຄວາມຝັນ ແລະ ຈະເຮັດຄວາມຝັນນັ້ນໃຫ້ປະສົບຜົນສໍາເລັດໃນສິ່ງທີ່ຕົນເອງຕັ້ງໃຈໄວ້ໃຫ້ໄດ້ ຖ້ານ້ອງໄດ້ເປັນຕົວແທນຂອງລາວໃນເວທີສາກົນ ນ້ອງຈະໂຊສັກກະຍະພາບຂອງຕົນເອງໃຫ້ທຸກຄົນໄດ້ເຫັນເຖິງຄວາມເປັນລາວ ຜ່ານໂຕຕົນຂອງນ້ອງສື່ໃຫ້ບັນດາປະເທດໄດ້ຮູ້ ບໍ່ວ່າຈະເປັນການນຸ່ງຖື, ການເວົ້າຈາ, ມາລະຍາດອັນອ່ອນນ້ອມຖ່ອມຕົນ ແລະ ນ້ອງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມເຮັດໃຫ້ເຕັມທີ່ໃຫ້ດີທີ່ສຸດ.


ສໍາລັບ ຈຸດເດັ່ນຂອງນ້ອງທີ່ມີ ນ້ອງຄິດວ່າການເປັນຄົນທີ່ສົດໃສ, ອົດທົນຕໍ່ອຸປະສັກທີ່ເຂົ້າມາ, ບໍ່ຍອມທໍ້ຖອຍຕໍ່ຄວາມຝັນຂອງໂຕເອງທີ່ຕັ້ງໄວ້ ດ້ວຍການເດີນຕາມຄວາມຝັນ ແລະ ມີຈິດໃຈທີ່ໜັກແໜ້ນ ແລະ ສິ່ງນີ້ເອງຈະເປັນສິ່ງທີ່ຈະສະແດງອອກໃຫ້ທຸກຄົນໄດ້ເຫັນ

.

ຮູບ: Aey Soupha vanh Toulakhome