ອຸຕຸຄາດໄລຍະທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລານີ້ ຈະມີພາຍຸພັດຜ່ານ ເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ

87

ຄາດໄລຍະທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລາ 2022 ນີ້ ຈະມີພາຍຸພັດຜ່ານພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກຫາໜັກຫຼາຍ ພ້ອມມີລົມພັດແຮງໃນເຂດດັ່ງກ່າວ ແລະ ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນທຸກພາກສ່ວນໃຫ້ມີສະຕິລະມັດລະວັງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດປະຈຳເດືອນກັນຍາ ແລະ ຕຸລາ, ພະຈິກ, ທັນວາ 2022 ວ່າ: ໃນໄລຍະທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກກາງ ແລະ ພາກໃຕ້ຂອງປະເທດລາວ ປ່ອງໃສ່ພາຍຸໝູນເຂດຮ້ອນທີ່ຈະກໍ່ຕົວ ແລະ ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດຫວຽດນາມ ແລະ ຜ່ານພາກກາງ ແລະ ພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກຫາໜັກຫຼາຍ ພ້ອມມີລົມພັດແຮງໃນເຂດດັ່ງກ່າວ.

ຈາກນັ້ນໄລຍະກາງເດືອນຕຸລາ 2022 ມວນອາກາດເຢັນ ຈາກປະເທດຈີນຈະແຜ່ລົງມາປົກຄຸມເຂດພາກເໜືອ ແລະ ພາກກາງ ຊຶ່ງຈະເຮັດໃຫ້ມີຝົນຕົກຫຼຸດລົງໃນແຕ່ລະພາກ, ໄລຍະທ້າຍເດືອນຕຸລາ ຫາ ຕົ້ນເດືອນພະຈິກ 2022 ມວນອາກາດຈະປົກຄຸມເຂດພາກເໜືອ. ສ່ວນພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຍ່ອມຄວາມກົດດັນອາກາດຕໍ່າ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ໃນເຂດພາກກາງ ແລະ ພາກໃຕ້.

ໄລຍະກາງເດືອນພະຈິກ ຫາ ເດືອນທັນວາ 2022 ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນໃນແຕ່ລະພາກ ແລະ ໜາວເຢັນຫຼາຍຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ສ່ວນປະລິມານຝົນສະສົມໃນໄລຍະເດືອນຕຸລາ ຫາ ທັນວາ 2022 ຈະຫຼາຍກວ່າເກນປົກກະຕິຢູ່ບັນດາແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້, ສ່ວນພາກເໜືອດ້ານຕາເວັນອອກ ຈະມີຝົນໃກ້ຄຽງ ຫຼື ຫຼຸດເກນປົກກະຕິເລັກນ້ອຍ. ອຸນຫະພູມສະເລ່ຍໃນໄລຍະເດືອນຕຸລາ ຫາ ທັນວາ 2022 ໃນຂອບເຂດທົ່ວປະເທດຈະຮ້ອນກວ່າເກນປົກກະຕິ.

ພ້ອມດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄຳເຕືອນເພື່ອເຝົ້າລະວັງໄລຍະເດືອນ ກັນຍາ ຫາ ຕົ້ນເດືອນຕຸລາ 2022 ແມ່ນໄລຍະທີ່ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ ພ້ອມດຽວກັນ ພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ຊຶ່ງຈະສົ່ງຜົນກະທົບທາງກົງແລະ ທາງອ້ອມ ຈະເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມ ຊື່ງເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍສະເພາະເຂດພາກກາງ ແລະ ພາກໃຕ້. ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ.