ຈີນ ລົງທຶນຢູ່ຕ່າງປະເທດຫຼາຍກວ່າ 145 ຕື້ໂດລາ

29

ສຳນັກຂ່າວ CRI ລາຍງານວ່າ ກອງປະຊຸມເວທີປຶກສາຫາລືການພັດທະນາສີຂຽວ, ການລົງທຶນສາກົນ 2022 ແລະ ກອງປະຊຸມເຜີຍແຜ່ບົດລາຍງານການພັດທະນາປະເທດ ຂອງວິສາຫະກິດຈີນ ໄດ້ຍົກໃຫ້ເຫັນວ່າ: ປີ 2021 ວິສາຫະກິດຈີນ ໄດ້ລົງທຶນຢູ່ຕ່າງປະເທດ ມູນຄ່າຫຼາຍກວ່າ 145 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ ຈັດຢູ່ອັນດັບຕົ້ນໆຂອງໂລກທີ່ມີການລົງທຶນຢູ່ຕ່າງປະເທດ.

May be an image of one or more people, people standing and indoor

ໃນຂະນະດຽວກັນ ຍັງໄດ້ລາຍງານໃຫ້ຮູ້ວ່າ: ໃນ 10 ປີຜ່ານມາ, ວິສາຫະກິດຂອງຈີນ ທີ່ດຳເນີນການຮ່ວມມືດ້ານການລົງທຶນຢູ່ຕ່າງປະເທດ ໄດ້ຈ່າຍພາສີອາກອນຢູ່ທ້ອງຖິ່ນເກືອບ 400 ຕື້ໂດລາສະຫະລັດ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູການເຕີບໂຕຂອງເສດຖະກິດທ້ອງຖິ່ນ ກໍຄືເສດຖະກິດໂລກ.

May be an image of one or more people and people standing