ກຳປູເຈຍ ຄາດຕັ້ງເປົ້າຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,5 – 2 ລ້ານຄົນໃນປີນີ້

32

ສຳນັກຂ່າວຊິນຮວາ ລາຍງານວ່າ ລັດຖະມົນຕີກະຊວງການທ່ອງທ່ຽວຂອງກຳປູເຈຍ ເປີດເຜີຍວ່າ ໃນ 8 ເດືອນຕົ້ນປີນີ້ ກຳປູເຈຍ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 998.272 ເທື່ອຄົນ ເພີ່ມຂຶ້ນ 720% ເມື່ອທຽບກັບປີຜ່ານມາ ເຊິ່ງເພີ່ມຂຶ້ນສູງກວ່າທີ່ຄາດການໄວ້, ພ້ອມຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 1,5 – 2 ລ້ານເທື່ອຄົນໃນປີນີ້, ຈາກຄາດການເດີມ 1 ລ້ານເທື່ອຄົນ.

May be an image of outdoors and temple

ໃນຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າກຳປູເຈຍ ໃນ 8 ເດືອນທຳອິດຂອງປີນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກໄທ, ຮອງລົງມາແມ່ນຫວຽດນາມ, ຈີນ, ອາເມຣິກາ ແລະ ອິນໂດເນເຊຍ ຕາມລຳດັບ, ສະເພາະເດືອນສິງຫາຜ່ານມາ ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ 254.813 ຄົນ ເພີ່ມຂຶ້ນ 2.860% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ.

ທ່ານ ຄູນ ທອງ ລັດຖະມົນຕີກະຊວງການທ່ອງທ່ຽວກຳປູເຈຍ ເປີດເຜີຍວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກລັດຖະບານກຳປູເຈຍ ໄດ້ເປີດປະເທດຢ່າງເຕັມຮູບແບບໄວກວ່າຊາດອື່ນ ລວມທັງນະໂຍບາຍການທ່ອງທ່ຽວທີ່ດຶງດູດ ບວກກັບອັດຕາການສັກວັກຊີນປ້ອງກັນໂຄວິດ – 19 ຢູ່ໃນລະດັບສູງ ໂດຍຄາດວ່າໃນປີ 2022 ນີ້ ຈະມີນັກທ່ອງທ່ຽວເດີນທາງເຂົ້າກຳປູເຈຍ ປະມານ    1,5 – 2 ລ້ານຄົນ.

May be an image of outdoors and temple

ທັງນີ້ ຂະແໜງທ່ອງທ່ຽວເປັນ 1 ໃນ 4 ອຸດສາຫະກຳຫຼັກຂອງເສດຖະກິດກຳປູເຈຍ ໂດຍໃນປີ 2019 ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ 6,6 ລ້ານເທື່ອຄົນ ສາມາດສ້າງລາຍຮັບໄດ້ 4,92 ພັນລ້ານໂດລາສະຫະລັດ.