ກຽມປັບປຸງ ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ

75

ເມື່ອບໍ່ດົນຜ່ານມານີ້ ກົມຄຸ້ມຄອງໜີ້ສິນສາທາລະນະ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະ ໂດຍການເປັນປະທານ ຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມໜີ້ສິນສາທາລະນະ, ມີກົມນິຕິກຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍ, ສະພາແຫ່ງຊາດ, ກົມການທະນາຄານ ແລະ ກວດສອບ, ສະພາແຫ່ງຊາດ, ກົມກົດໝາຍ, ກະຊວງຍຸຕິທຳ, ຫ້ອງການທະນາຄານແຫ່ງ ສປປ ລາວ ແລະ ມີຕາງໜ້າກົມກ່ຽວຂ້ອງກະຊວງການເງິນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງທໍາອິດ ພາຍຫຼັງ ຄະນະນໍາກະຊວງການເງິນ ຮັບຮອງເອົາຄະນະຄົ້ນຄວ້າ/ປັບປຸງກົດໝາຍ ແລະ ເພື່ອປຶກສາຫາລືພາຍໃນຄະນະ ຕາມຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະວິຊາການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ສະບັບເລກທີ 2148/ກງ, ລົງວັນທີ 18 ກໍລະກົດ 2022, ເຊິ່ງຂໍ້ຕົກລົງດັ່ງກ່າວ ແມ່ນປ່ຽນແທນຂໍ້ຕົກລົງ ສະບັບເລກທີ 6152/ກງ, ລົງວັນທີ 16 ທັນວາ 2021 ເນື່ອງຈາກມີການໝູນວຽນ ແລະ ການແຕ່ງຕັ້ງຍົກຍ້າຍພະນັກງານໄປຮັບຜິດຊອບໜ້າທີ່ໃໝ່ ຢູ່ກົມກອງອື່ນ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃໝ່.

ຄວາມຈໍາເປັນໃນການປັບປຸງກົດໝາຍພາຍຫຼັງ ສະພາແຫ່ງຊາດໄດ້ຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ສະບັບເລກທີ 046/ສພຊ, ລົງວັນທີ 18 ມິຖຸນາ 2018. ໃນກົດໝາຍດັ່ງກ່າວ ປະກອບມີທັງໝົດ XII ພາກ, 06 ໝວດ ແລະ 85 ມາດຕາ, ເຊິ່ງໄດ້ເປັນພື້ນຖານນິຕິກຳທີ່ໜັກແໜ້ນຂຶ້ນກວ່າເກົ່າ ສຳລັບການຄຸ້ມຄອງໜີ້ສິນສາທາລະນະ ໃຫ້ມີລັກສະນະລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ເຮັດໃຫ້ມີຄວາມເຂັ້ມງວດ ແລະ ຮັດກຸມຫຼາຍຂຶ້ນ ໃນຂອດການສ້າງໜີ້ (ການສະເໜີຂອງບັນດາແຜນງານ/ໂຄງການ), ການຄຸ້ມຄອງຈັດຕັ້ງປະຕິບັດ ລວມທັງການບໍລິຫານໜີ້ສິນໂດຍສະເພາະ ໄດ້ຈຳກັດການກູ້ຢືມໃນເງື່ອນໄຂທຸລະກິດເພື່ອມາລົງທຶນ, ຢຸດຕິການເຮັດໂຄງການແບບມອບເໝົາ (EPC), ແຫຼ່ງທຶນແມ່ນເນັ້ນໜັກໃສ່ເງື່ອນໄຂຜ່ອນຜັນຫຼາຍຂຶ້ນ ໂດຍສະເພາະແມ່ນໂຄງການສ້າງພື້ນຖານໂຄງລ່າງ ແລະ ໂຄງການຂະແໜງສັງຄົມ.

ຂັ້ນຕອນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວເຮັດວຽກການປັບປຸງກົດໝາຍ, ປະຊຸມປຶກສາຫາລື ແລະ ປະກອບຄຳເຫັນ ໃນຄະນະທີ່ຖືກແຕ່ງຕັ້ງ ສະບັບເລກທີ 2148/ກງ, ລົງວັນທີ 18 ກໍລະກົດ 2022 ເພື່ອໃຫ້ສາມາດກຳນົດຈຸດປະສົງ, ຫຼັກການ, ຂອບເຂດ ແລະ ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງ ໃນເບື້ອງຕົ້ນ, ລວມທັງແຜນການເຄື່ອນໄຫວວຽກງານຂອງຄະນະ, ກອງປະຊຸມຄົບຄະນະຊີ້ນຳ ແລະ ຄະນະວິຊາການ ຜ່ານຮ່າງກົດໝາຍສະບັບປັບປຸງ ໃຫ້ສຳເລັດເບື້ອງຕົ້ນ ເພື່ອປັບປຸງຕາມການປະກອບຄຳໃຫ້ພາຍໃນຄະນະ ແລະ ກົມກ່ຽວຂ້ອງພາຍໃນກະຊວງການເງິນ, ຈັດກອງປະຊຸມເປີດກວ້າງທາບທາມຄຳເຫັນ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການປະກອບຄຳເຫັນ ແລະ ການປະເມີນຜົນກະທົບຂອງຮ່າງກົດໝາຍດັ່ງກ່າວ ເພື່ອສັງລວມລາຍງານ ແລະ ຂໍທິດຊີ້ນຳຄະນະນຳກະຊວງການເງິນ ພິຈາລະນາ, ອີງຕາມນິຕິກໍາ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍແມ່ນ ຕ້ອງສຳເລັດຮ່າງ ແລະ ເນື້ອໃນສະເໜີປັບປຸງ ເພື່ອສະເໜີກະຊວງຍຸຕິທຳຄົ້ນຄວ້າ ພາຍໃນ 120 ວັນ, ຫຼັງຈາກນັ້ນ ແມ່ນໄປສະເໜີຜ່ານກອງປະຊຸມລັດຖະບານ 90 ວັນ, ສິ່ງສໍາຄັນແມ່ນຕ້ອງຜ່ານຂະບວນການທາບທາມ. ນອກຈາກນີ້, ຂັ້ນຕອນສຸດທ້າຍຕ້ອງສົ່ງໃຫ້ສະພາແຫ່ງຊາດ 60 ວັນ ກ່ອນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສາມາດຜ່ານສະພາແຫ່ງຊາດເພື່ອຮັບຮອງ ໃນປີ 2023.

ຂ່າວຈາກ: ກະຊວງການເງິນ