ສຳມະນາທິດທາງການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງລາວ ແລະບົດຮຽນຂອງ ສປ ຈີນ

135

ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ສປປ ລາວ ແລະ ບົດຮຽນຂອງ ສປ ຈີນ” ຂຶ້ນໃນວັນທີ 12 ກັນຍາ ນີ້ ທີ່ຫ້ອງປະຊຸມສະພາວິທະຍາສາດດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີບົດຄົ້ນຄວ້າກ່ຽວກັບ ສະພາບການພົ້ນເດັ່ນທາງດ້ານເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ແລະ ການສະເໜີບົດຮຽນຂອງ ສປ ຈີນ ກ່ຽວກັບການແກ້ບັນຫາທາງດ້ານເສດຖະກິດ ຊຶ່ງບັນຫາເສດຖະກິດຂອງລາວໃນປັດຈຸບັນ ມີອັນໃກ້ຄຽງກັບສະພາບເສດ ຖະກິດ ຂອງ ສປ ຈີນ ໃນຊຸມປີ 80 ຂອງສະຕະວັດທີ່ຜ່ານມາ, ພ້ອມກັນນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳເຫັນເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ແລະ ພ້ອມກັນຄົ້ນຄວ້າຊອກຫາທິດທາງ ແລະ ມາດຕະການທີ່ເໝາະສົມ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ສປປ ລາວ ໃນປັດຈຸບັນ.

ປະທານກອງປະຊຸມ ມີຄໍາເຫັນສະຫຼຸບ ແລະ ຈະນໍາຂໍ້ສະເໜີຈາກກອງປະຊຸມສະເໜີຕໍ່ຂັ້ນເທິງ ເພື່ອມີທິດຊີ້ນໍາໃນການແກ້ໄຂບັນຫາຕ່າງໆໃຫ້ທັນເວລາ ໂດຍສະເພາະບັນຫາການເພີ່ມຄວາມເປັນເຈົ້າຕົນເອງຊຸກຍູ້ການຜະລິດທຸລະກິດ ແລະ ການບໍລິການໃຫ້ແຂງແຮງ; ເຂັ້ມງວດໃນການກໍານົດນະໂຍບາຍເງິນຕາຕ່າງປະເທດ, ຮັກສາວິໄນການເງິນໃຫ້ເຂັ້ມງວດ; ຕັ້ງໜ້າຄວບຄຸມອັດຕາເງິນເຟີ້, ເພີ່ມທະວີການຊຸກຍູ້ລາຍຮັບ ແລະ ຄຸ້ມຄອງເງິນຕາໃຫ້ຄ່ອງຕົວ, ຕັ້ງໜ້າປະຕິບັດນະໂຍບາຍເງິນຕາແຫ່ງຊາດ ໂດຍສະເພາະນະໂຍບາຍເສດຖະກິດ-ການເງິນ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າທີ່ຈຳເປັນ ເພື່ອບໍ່ໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນແຮງ, ສະໜອງນໍ້າມັນເຊື້ອໄຟ ເພື່ອບໍ່ໃຫ້ກະທົບຕໍ່ການຜະລິດ ແລະ ການບໍລິການ, ຈັດຕັ້ງຜັນຂະຫຍາຍໂຄງການຄ້ຳປະກັນສະບຽງອາຫານ ຢ່າງເປັນຮູບປະທຳ.

ຮູບປະກອບຂ່າວ

ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສັບສົນ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກສະຫຼັບສັບຊ້ອນ ແລະ ມີການຫັນປ່ຽນຢ່າງໄວວາ, ຈາກບັນຫາເສດຖະກິດ, ການເມືອງ, ເຕັກໂນໂລຊີ ຫຼື ຄວາມບໍ່ສະຫງົບໃນບາງຂົງເຂດ ຫຼື ພາກພື້ນ ອັນໄດ້ສ້າງໃຫ້ມີຫຼາຍກະແສແນວຄິດເກີດຂຶ້ນແລະ ເກີດວິກິດການທາງດ້ານເສດຖະກິດ. ທັງໝົດສິ່ງເຫຼົ່ານັ້ນ ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ຕິດຕາມຢ່າງໃກ້ຊິດ ແລະ ນຳທັນສະພາບການຫັນປ່ຽນດັ່ງກ່າວ. ຍ້ອນແນວນັ້ນ, ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຂອງພວກເຮົາໃນປັດຈຸບັນ ຖືເປັນວຽກງານທີ່ທ້າທາຍ, ມີສິ່ງໃໝ່ໆຫຼາກຫຼາຍສີສັນ ແລະ ຕ້ອງໄດ້ສືບຕໍ່ຄົ້ນຄວ້າຢ່າງມີວິທະຍາສາດ.

ຮູບປະກອບຂ່າວ

ຕໍ່ກັບສະພາບການດັ່ງກ່າວ, ສະພາທິດສະດີສູນກາງພັກ ກໍໄດ້ຮັບການຊີ້ນຳຈາກຂັ້ນເທິງ ໃຫ້ສືບຕໍ່ມີການປັບປຸງໃຫ້ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃນການຊ່ວຍໃຫ້ຄຳປຶກສາຕໍ່ບັນຫາສຳຄັນແຫ່ງຊາດໃຫ້ກົມການເມືອງສູນກາງພັກ ກໍຄືລັດຖະບານ ເພື່ອປະກອບສ່ວນຮັບໃຊ້ພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ທີ່ມາຂ່າວ: ປະຊາຊົນ