ນັດ ຢູ 20 ລາວ ຊະນະ ກວມ ມີແຟນບານເຂົ້າຊົມ 6 ພັນກວ່າຄົນ, ແລງນີ້ງານໜັກພົບ ຍີ່ປຸ່ນ

80

ການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 10-18 ກັນຍາ 2022 ນັດເປີດສະໜາມວັນທີ 10 ກັນຍາ 2022 ທີ່ ທີມຊາດລາວ ເອົາຊະນະ ກວມ 3-0 ມີບັນຍາກາດທີ່ຟົດຟື້ນ ແລະ ສົ່ງສັນຍານວ່າແຟນບານລາວ ເລີ່ມໃຫ້ຄວາມສົນໃຈໂດຍນັດດັ່ງກ່າວມີແຟນບານເຂົ້າເຖິງ 6 ພັນກວ່າຄົນ.

ນັດດັ່ງກ່າວມີການຄາດການວ່າ ຈະມີແຟນບານເຂົ້າຊົມຫຼາຍ ເນື່ອງເປັນລາຍການໃຫຍ່ ແລະ ເປັນການແຂ່ງຂັນໃນຮອບຫຼາຍປີທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສປປ ລາວ, ແຕ່ໜ້າກ່ອນການແຂ່ງຂັນມີເມກປົກຄຸ້ມ ແລະ ລົມແຮງ ລວມເຖິງຝົນຕົກລົງມາ ເຮັດໃຫ້ແຟນບານບາງສ່ວນບໍ່ສາມາດເດີນທາງມາຊົມການແຂ່ງຂັນໄດ້. ຢ່າງໃດກໍຕາມ ມີແຟນບານຈໍານວນໜຶ່ງກໍເດີນທາງໄປເບິ່ງຈົນໄດ້ ແລະ ນັກເຕະທີມຊາດລາວ ກໍບໍ່ເຮັດໃຫ້ຜິດຫວັງສາມາດຄອງເກມໄດ້ຢູ່ຝ່າຍດຽວ ແລະ ກໍສາມາດສ້າງໂອກາດຍິງໄດ້ຕໍ່ເນື່ອງ ຈົນສຽງເຊຍດັງກ້ອງທົ່ວສະໜາມຢ່າງບໍ່ຂາດສາຍ.

ກ່ອນຈົບການແຂ່ງຂັນທີມຊາດລາວ ເອົາຊະນະ ກວມ 3-0 ຈາກການຍິງຂອງ ອານັນຕະຊາ ສີພົງພັນ, ຈັນທະວີໄຊ ຂຸນທຸມພອນ ແລະ ອາທິດ ຫຼວງລາດ ເຮັດໃຫ້ ທີມຊາດລາວ ເກັບ 3 ຄະແນນທໍາອິີດຂຶ້ນນໍາກຸ່ມ C ແລະ ຝ່າຍຈັດການແຂ່ງຂັນກໍປະເມີນແຟນບານເຂົ້າຊົມໃນສະໜາມຄັ້ງນີ້ 6.290 ຄົນ, ສ່ວນອີກຄູ່ໜຶ່ງນັດທີ່ ປາແລັສຕິນ ສະເໝີກັບ ເຢເມນ 2-2 ເຊິ່ງແຂ່ງຂັນເປັນຄູ່ທໍາອິດມີແຟນບານເຂົ້າຊົມ 1.652 ຄົນ.

ສໍາລັບ ການແຂ່ງຂັນບານເຕະ ຊີງແຊັມອາຊີ ຢູ 20 ຮອບຄັດເລືອກ ກຸ່ມ C ຈະແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ທີມຊາດລາວ ຖືກຈັດຢູ່ໃນກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ແລະ ກວມ.

ໂດຍຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ນັດປະກອບມີ:
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ ຄາດວ່າຈະມີແຟນບານຫຼາຍທີ່ສຸດກໍວ່າໄດ້ນັດນີ້ ເພາະຫຼາຍຄົນຢາກມາເບິ່ງນັກເຕະຂອງ ຍີ່ປຸ່ນ ພົບກັບ ທີມຊາດລາວ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ
ສໍາລັບ ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3

ຂ່າວ-ຮູບ: Larh Creators