ໂບ ວັນວິສາ ນາມເສນາ ຜູ້ຄວ້າມຸງກຸດ ດວງດາວແຫ່ງຍຸກສະໃໝ Miss Teen Laos 2022

136

ຈົບລົງໄປແລ້ວ ສໍາລັບເວທີປະກວດ ສາວໄວໃສ ທີ່ຜ່ານຮອບຕ່າງໆໃນການເກັບຄະແນນ ລວມທັງຮອບຕັດສິນ ໃນຄໍ່າຄືນວານນີ້ 11 ກັນຍາ 2022 ທີ່ສູນການຄ້າ ລາວໄປເຕັກ ຕຶກເກົ່າ


ຜົນການປະກວດ ຂໍສະແດງຄວາມຍິນດີນໍານ້ອງ ໂບ ວັນວິສາ ນາມເສນາ ຜູ້ຄວ້າມຸງກຸດ ດວງດາວແຫ່ງຍຸກສະໃໝ ຫຼື Miss Teen Laos ມີສທີນລາວ 2022 ປັດຈຸບັນ ໂບ ວັນວິສາ ນາມເສນາ ອາຍຸ 16 ປີ ແລະ ສັງກັດ Naga Studio.


ໂບ ເຄີຍໃຫ້ສໍາພາດໄວ້ວ່າ ເລີ່ມເຂົ້າວົງການການປະກວດຕັ້ງແຕ່ອາຍຸ 11 ປີເທົ່ານັ້ນ ໂດຍເວທີທຳອິດແມ່ນ Laos Supermodel 2017 ໄດ້ຜ່ານຮອບ 50 ຄົນ ຈົນມາຮອດ ປີ 2019 ໂບໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳທີ່ເຮັດໃຫ້ໂບໄດ້ເຂົ້າຮອບເລິກເຖິງຮອບ 10ຄົນສຸດທ້າຍ ແລະ ໃນປີ 2020 ການກັບມາປະກວດອີກຄັ້ງໃນເວທີ TKK Supermodel Contest 2020 ຈົນເຮັດໃຫ້ໂບໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ.


ຢ່າງໃດກໍ່ຕາມ ມຸງກຸດຂອງມິສທິນຍັງແມ່ນຄວາມຫວັງ ແລະຄວາມຝັນທີ່ນ້ອງຢາກຄອບຄອງປັດຈຸບັນໂບໄດ້ກັບມາປະກວດເທິງເວທີ Miss Teen Laos ອີກຄັ້ງ ເພາະຍັງເຊື່ອໝັ້ນໃນຄວາມຝັນ ແລະ ຄວາມພະຍາຍາມຂອງຕົນເອງ ຫວັງທີ່ຈະກັບມາແກ້ມື ພັດທະນາໂຕເອງອີກຄັ້ງ ເພື່ອຈະພິສູດໃຫ້ທຸກຄົນໄດ້ເຫັນວ່າ “ສາວນ້ອຍທຳມະດາໆຄົນນີ້ ກໍ່ສາມາດທີ່ຈະຂ້າມຜ່ານຄວາມຢ້ານກົວນັ້ນມາໄດ້ເຊັ່ນດຽວກັນ”


ສໍາລັບຄະຕິປະຈຳໃຈຄື: “ຢ່າຢ້ານທີ່ຈະລົ້ມເຫລວ ແຕ່ຈົງຢ້ານຖ້າບໍ່ໄດ້ລົງມືເຮັດ’’ ແລະ ຄວາມສາມາດຂອງ ໂບ ແມ່ນ ການເຕັ້ນ, ຮ້ອງ, ຟ້ອນ ແລະ ເດີນແບບ ຄິດວ່າຕົນເອງມີຈຸດເດັ່ນໃນເລື່ອງການເປັນໂຕຂອງຕົນເອງ ບໍ່ຢຸດທີ່ຈະພັດທະນາໂຕເອງ ໝັ້ນໃຈເຮັດທຸກຢ່າງໃຫ້ເຕັມທີ່ກັບມັນຊັດເຈນກັບທຸກສິ່ງ ນ້ອງໄດ້ຕັ້ງເປົ້າໝາຍທີ່ຊັດເຈນໄວ້ແລ້ວຈະສ້າງຝັນຂອງຕົນເອງໃຫ້ເປັນຈິງນີ້ແລຄືສິ່ງທີ່ຈະເຮັດໃຫ້ນ້ອງຊະນະໃຈຄະນະກຳມະການ ແລະ ໄດ້ຕຳແໜ່ງ.


ຜົນງານຜ່ານມາແມ່ນຮ່ວມເດີນແບບໃຫ້ງານ better together charity ແລະ ໄດ້ຖ່າຍແບບຕ່າງໆ ຖ່າຍໂຄສະນາໃຫ້ທົ່ງຂັນຄຳມໍນຳອີກ


ຈາກ: Bobey Vanvisa