ເປີດງານ Ploy Lifestyle ລວບລວມສິນຄ້າຊັ້ນນຳຫຼາຍກວ່າ 11 ແບຣນ ມາຈຳໜ່າຍ ທີ່ສູນການຄ້າວຽງຈັນເຊັນເຕີ້

73

ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ ໄດ້ຈັດງານ Ploy Lifestyle Grand Opening ຂຶ້ນລະຫວ່າງວັນທີ 7 – 12 ກັນຍາ 2022 ນີ້ ເຊິ່ງເປັນງານທີ່ໄດ້ລວບລວມເອົາແບຣນສິນຄ້າເສື້ອຜ້າຊັ້ນນຳຫຼາຍກວ່າ 11 ແບຣນ ມາຈຳໜ່າຍ ພ້ອມທັງມີໂປຣໂມຊັ່ນຫຼຸດສູງສຸດເຖິງ 70% ແລະ ແຈກຂອງແຖມຕ່າງໆມາໄວ້ໃນງານນີ້ໃຫ້ທຸກທ່ານໄດ້ເລືອກຊື້ກັນຢ່າງຈຸໃຈ ເຊິ່ງໃນວັນທີ 10 ກັນຍາ ມີໂຊຮ້ອງເພງ ແລະ ເດີນແບບແຟຣຊັ່ນຈາກສິລະປິນລາວ ແລະ ໄທ.

ພາຍໃນງານປະກອບມີຫຼາກຫຼາຍແບຣນສິນຄ້າເຂົ້າຮ່ວມຄື: 1) EP,Esp,Espada ເປັນແບຣນຂອງຄົນໄທ ຂາຍເສື້ອຜ້າ ທ່ານຍິງ-ຊາຍ; 2) Baoji: Baoji ເປັນແບຣນເກີບຫຼາກຫຼາຍຊະນິດ ເຊັ່ນວ່າ: ເກີບແຟຊັ່ນ, ເກີບກີລາ, ເກີບໃສ່ແລ່ນ ແລະ ອື່ນໆ; 3) John Henry ແບຣນເສື້ອຜ້າທ່ານຊາຍຂອງຊາວອາເມລິກາ; 4) G2000 ເປັນຜະລິດຕະພັນເສື້ອຜ້າແບຣນແນມຈາກປະເທດຈີນ ປັດຈຸບັນມີຫຼາຍກວ່າ 700 ສາຂາທົ່ວໂລກ; 5) ESP Men ເປັນແບຣນຂອງຄົນໄທທີ່ຈຳໜ່າຍເສື້ອຜ້າຊາຍສຳລັບຄົນລຸ່ນໃໝ່ ພ້ອມທັງເປັນເສື້ອຜ້າແຟຣຊັ່ນ; 6) Jaspal ເປັນອີກແບບໜຶ່ງທີ່ນຳເຂົ້າມາຈາກປະເທດໄທແລະໄດ້ຮ່ວມກັບດີຊາຍເນີລະດັບໂລກ ອອກເເບບທຸກສິນຄ້າໄດ້ລະອຽດສວຍງາມ;

7) LYN Around ແບຣນເສື້ອຜ້າ ເຄື່ອງແຕ່ງກາຍ,ເຄື່ອງປະດັບແລະ ເກີບ ສະຕາຍໜ້າຮັກໆ ທີ່ຈະຊ່ວຍເພີ່ມສີສັນ ແລະ ຄວາມສະນຸກສະໜານ ໃຫ້ກັບສາວໆ; 8) Bossini ເປັນແບຣນທີ່ນຳເຂົ້າຈາກ ຮ່ອງກົງ ປະເທດຈີນ ເປັນແບນເຄື່ອງແຕ່ງກາຍຄຸນນະພາບ ທີ່ໃສ່ໄດ້ທຸກມື້ ແລະ ທຸກໂອກາດ ຂອງຊີວິດ; 9) Esprit ເປັນແບບເສື້ອຜ້າທີ່ ນຳເຂົ້າມາຈາກຮ່ອງກົງ; 10) S-fare ເປັນແບນທີ່ໂດດເດັ່ນເລື່ອງສູດແລະເຄື່ອງແຕ່ງກາຍສຳລັບທ່ານຊາຍທີ່ໄດ້ຮັບຄວາມເຊື່ອຖືຈາກຜູ້ໃຊ້ຫຼາກຫຼາຍຈົນຫາຍເປັນແບນທອັບຂອງປະເທດໄທ ແລະ 11) Ceramic ເປັນອີກຮ້ານໜຶ່ງທີ່ເປັນໜ້າສົນໃຈ ຂອງພໍ່ຄົວ ແມ່ຄົວທັງຫຼາຍແລະເຖິງວ່າຊິບໍ່ໄດ້ເປັນແມ່ຄົວ, ຢູ່ບ້ານເຫົງາໆກໍ່ມາສວມບົດບາດເປັນ food stylist ຈັດອາຫານແບບງາມໆ
-ຖ້າຊື້ຄົບ 3 ແສນກີບ ແຖມຈອກ Ceramic POP PLOY 1 ໜ່ວຍ.
-ຖ້າຊື້ຄົບ5 ແສນກີບ ແຖມກະເປົາຜ້າ ຫຼື ກະເປົາສານ