ຟັງແລ້ວຫຼືຍັງ ເພງດ່ຽວທໍາອິດຂອງ 2 ສາວຝາແຝດ ມາຍ-ມິ້ນ “ແພງໄດ້ບໍ? May I love”

155

ບອກເລີຍມ່ວນ ແລະ ໜ້າຮັກອີກແລ່ວ ສໍາລັບ 2 ເອື້ອຍນ້ອງ ຝາແຝດ ມາຍມິ້ີນ ທີ່ຫຼ້າສຸດ ໄດ້ປ່ອຍຊິ້ງເກິນ ຫຼື ເພງໃໝ່ ທີ່ເປັນເພງດ່ຽວທໍາອິດຂອງທັງ 2

ຊື່ເພງວ່າ “ແພງໄດ້ບໍ? May I love” ເປັນເພງໜ້າຮັກໆ ທີ່ຟັງໄປແລ້ວຕ້ອງໄດ້ເຕັ້ນຕາມ

ແຖມຍັງມີກິນອາຍຂອງດົນຕີລາວໃນທ່ອນກາງໆ ບວກກັບຊຸດລາວທີ່ງາມ ມີການຫຼິ້ນກິດຈະກໍາການລະຫຼິ້ນຂອງເດັກນ້ອຍລາວອີກ ບໍ່ວ່າຈະເປັນ ອີ່ມອນຊ້ອນຜ້າ ແລະ ລູ່ລີ່ເຂົ້າສານ ຖືເປັນຄວາມຄິດສ້າງສັນທີ່ດີ ປະສົມປະສານໃນເພງ ແລະ ເປັນທ່ອນມ່ວນອີກທ່ອນ


ບວກກັບທ່າເຕັ້ນທີ່ທຸດຄົນສາມາດຮ່ວມເຕັ້ນໂຄເວີ ລຸ້ນລາງວັນກັບ 2 ສາວ ຝາແຝດເຮົາໄດ້ເລີຍເປັນກິດຈະກຳເຕັ້ນມ່ວນໆ ກັບ Srichand ศรีจันทร์

.

.


ຈະມ່ວນ ແລະ ມີທ່າເຕັ້ນແບບໃດ ກໍສາມາດເຂົ້າໄປຊົມ ແລະ ຮັບຟັງໄດ້ທີ່ ຊ່ອງ MILD & MINT Channel ຫຼື ຊ່ອງ ຢູ່ທູບ Alist Laos