7 ອາຫານບໍ່ຄວນກິນຄູ່ກັນ ອາດສ່ຽງອັນຕະລາຍເຖິງຊີວິດໄດ້

124

ການກິນເປັນເລື່ອງສຳຄັນ ເຮົາອາດຈະເຄີຍໄດ້ຍິນຜ່ານຫູກັບປະໂຫຍກທີ່ວ່າ: “ You are what you eat ” “ ກິນຫຍັງຮ່າງກາຍກໍຈະເປັນແບບນັ້ນ” ແລະ ກ່ຽວກັບເລື່ອງອາຫານທີ່ຫ້າມກິນຄູ່ກັນ ຫຼື ອາຫານຄູ່ມໍລະນະ. ບາງອາຫານເຮົາກໍບໍ່ຄວນທີ່ຈະກິນພ້ອມກັນອາດເປັນອັນຕະລາຍເຖິງເສຍຊີວິດໄດ້.

ບາງອາຫານເຮົາກໍລຶ້ງເຄີຍກິນຄູ່ກັນມາຕະຫຼອດແບບບໍ່ຮູ້ຕົວເລີຍກໍມີ.
ມື້ນີ້ຈະມາແນະນໍາ 7 ອາຫານທີ່ບໍ່ຄວນກິນຄູ່ກັນ ອາດສ່ຽງອັນຕະລາຍ ມາບອກໃຫ້ທຸກຄົນໄດ້ຮູ້ ເຊິ່ງວ່າຈະມີຫຍັງແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ!:

1. ທຸລຽນ + ໝາກລຳໄຍ ເພາະໝາກໄມ້ລົດຊາດຫວານຈັດ, ໃຫ້ພະລັງງານສູງ, ອາດເຮັດໃຫ້ເກີດອາການຮ້ອນໃນ.
2. ຂອງຈືນ, ມັນ + ໝາກໂມ ອາດເກີດອາການຖ່າຍແຫຼວ ແລະ ເຈັບທ້ອງໄດ້.
3. ໝາກກ້ວຍ + ນົມງົວ ຈະເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໜັກ.
4. ນໍ້າເຜິ້ງ + ນໍ້າຊາ/ນໍ້າຮ້ອນ ເພາະວ່າຄວາມຮ້ອນຈະທຳລາຍວິຕາມິນໃນນໍ້າເຜິ້ງ
5. ໝາກກ້ວຍ + ເຜືອກ ອາດເຮັດໃຫ້ທ້ອງອືດ, ຖ້າຫາກກິນໃນປະລິມານຫຼາຍ.
6. ໄຂ່ຕົ້ມ + ກາເຟ/ເຄື່ອງດື່ມຄາເຟອິນ ຈະເຮັດໃຫ້ຮ່າງກາຍໄດ້ຮັບທາດເຫຼັກໃນປະລິມານທີ່ໜ້ອຍລົງ.
7. ທຸລຽນ + ນໍ້າອັດລົມ ລົດຊາດຫວານຈັດ ແລະ ມີປະລິມານນໍ້າຕານສູງ ຫາກກິນຄູ່ອັນອາດເກີດອັນຕະລາຍ.

ສະນັ້ນ, ເມື່ອອ່ານຈົບແລ້ວ ຢ່າລືມແບ່ງປັນໃຫ້ໝູ່ຮູ້ຕໍ່ໆກັນເດີ.
( ຈາກ: ໝໍອຸWealthylife )
[ ຮຽບຮຽງ: ເມລີ; ຮູບ: gOOGLE ]