ຜູ້ນຳທີ່ດີ ຕ້ອງໃຊ້ພະນັກງານໃຫ້ເປັນ

120

ຄວາມຈິງແລ້ວ ຜູ້ນຳທີ່ດີຈະຕ້ອງຮູ້ໃນສິ່ງທີ່ພະນັກງານ ເຮັດ ຫຼື ບໍ ການອະພິປາຍແບ່ງເປັນ 2 ຢ່າງໃຫຍ່ໆຄື: 1: ເຊື່ອວ່າຜູ້ນຳທີ່ດີຈະຕ້ອງຮູ້ ແລະ ເຮັດທຸກຢ່າງເປັນ ຖ້າບໍ່ດັ່ງນັ້ນແລ້ວຈະຖືກພະນັກງານຕົວະເອົາງ່າຍໆ ເພາະດ້ວຍຄວາມບໍ່ຮູ້ວ່າວຽກນັ້ນຕ້ອງເຮັດແນວໃດ? ແລະ ຢ່າງທີ 2: ເບິ່ງກົງກັນຂ້າມກັນ ເຊິ່ງຜູ້ນຳທີ່ດີນັ້ນບໍ່ຈຳເປັນຕ້ອງຮູ້ໄປທຸກເລື່ອງ ເພາະໃນທາງປະຕິບັດນັ້ນເຮົາບໍ່ສາມາດຈະເຮັດໄດ້ທຸກຢ່າງ ແລະ ຮູ້ໄປທຸກຢ່າງ. ແຕ່ຜູ້ນຳທີ່ດີຈະຕ້ອງສາມາດໃຊ້ຄົນໄດ້ກົງກັບຄວາມຮູ້, ຄວາມສາມາດຂອງພະນັກງານ ແລະ ສາມາດໃຊ້ຈິດຕະວິທະຍາໃນການບໍລິຫານຈັດການພະນັກງານ ເພື່ອໃຫ້ພະນັກງານສ້າງຜົນງານທີ່ດີອອກມາໃຫ້ໄດ້.
ຄວາມຈິງແລ້ວ ທັງ 2 ຢ່າງຕ່າງກໍມີເຫດຜົນທີ່ດີ ແລະ ມີ ຄວາມໜ້າເຊື່ອຖືທັງຄູ່ ເພາະຄົນທີ່ເປັນຜູ້ນຳ ຢ່າງໜ້ອຍຈະຕ້ອງຮູ້ໃນສິ່ງທີ່ກຳລັງເຮັດ ຈະນຳແບບບໍ່ຮູ້ເລື່ອງຫຍັງເລີຍນັ້ນກໍຄົງບໍ່ໄດ້ ເພາະຜູ້ຕາມເອງກໍຄົງບໍ່ເຊື່ອຖື ແລະ ບໍ່ຢາກຈະຕາມຜູ້ນຳແບບນີ້ ຫຼື ຈະຕ້ອງຮູ້ໄປໝົດທຸກເລື່ອງທີ່ພະນັກງານເຮັດ ແບບນີ້ກໍຄົງຕ້ອງໃຊ້ເວລາຫຼາຍ ແລະ ຫຼາຍຄົນກໍຄົງຈະບໍ່ໄດ້ເປັນຜູ້ນຳຢ່າງແນ່ນອນ ເພາະມົວແຕ່ໄປຮຽນຮູ້ສິ່ງຕ່າງໆ ເຊິ່ງເອົາເຂົ້າແທ້ໆມັນກໍຮຽນຮູ້ກັນໄດ້ບໍ່ໝົດ.


+ ສຳລັບຜູ້ນຳທີ່ດີຈະຕ້ອງຢູ່ກາງ ຄື: ຕ້ອງຮູ້ໃນສິ່ງທີ່ເຮັດວ່າມັນຄືຫຍັງ? ຮູ້ວ່າອັນໃດຖືກ? ອັນໃດບໍ່ຖືກ? ຮູ້ພາລະກິດໃນການເຮັດວຽກຂອງເລື່ອງນັ້ນໆ ເພື່ອທີ່ຈະຄິດຕໍ່ ແລະ ສາມາດທີ່ຈະຄວບຄຸມງານໄດ້ຕາມເປົ້າໝາຍທີ່ກຳນົດ ແລະ ໃນອີກມຸມໜຶ່ງ ຄື: ຈະຕ້ອງຮູ້ຈັກທີ່ຈະໃຊ້ຄົນໃຫ້ເປັນ ເພາະເຮົາເອງບໍ່ໄດ້ຊ່ຽວຊານທຸກເລື່ອງ. ດັ່ງນັ້ນ, ຖ້າເຮົາສາມາດໃຊ້ພະນັກງານໃຫ້ເໝາະສົມກັບສິ່ງທີ່ເຂົາເກັ່ງ ເຮົາກໍຈະໄດ້ຜົນສຳເລັດຂອງງານທີ່ດີຕາມມາ.
+ ຜູ້ນຳທີ່ດີນັ້ນຈະຕ້ອງຮູ້ວິທີການໃຊ້ຄົນໃຫ້ເໝາະສົມເພື່ອສ້າງຜົນງານທີ່ດີ: ແຕ່ກໍຈຳເປັນທີ່ຈະຕ້ອງຮູ້ໃນສິ່ງທີ່ຕົນເອງກຳລັງເຮັດຢູ່ເຊັ່ນກັນ, ແຕ່ບໍ່ຕ້ອງຮູ້ເລິກທຸກເລື່ອງ, ປະເດັນສຳຄັນຢູ່ທີ່ຄວາມສາມາດໃນການໃຊ້ຄົນໃຫ້ເໝາະກັບຄວາມຮູ້, ຄວາມສາມາດຂອງເຂົາເຈົ້າ ແລະ ເມື່ອເຂົາເຈົ້າເຮັດວຽກໄດ້ດີ ກໍຈະມີການໃຫ້ລາງວັນຕອບແທນຢ່າງເໝາະສົມກັບຄວາມດີທີ່ເຮັດໄວ້, ທັງລາງວັນທີ່ຈັບຕ້ອງໄດ້ ແລະ ລາງວັນທີ່ຈັບຕ້ອງບໍ່ໄດ້ ເຊັ່ນ: ຄຳຊື່ນຊົມ ແລະ ການຍົກຍ້ອງວ່າເປັນຄົນທີ່ເກັ່ງໃນເລື່ອງນັ້ນໆ ແລະ ຕົວຜູ້ນຳເອງກໍຍັງຕ້ອງເຂົ້າໄປຂໍຄຳປຶກສາດ້ວຍຕົນເອງ, ຍິ່ງເປັນການສື່ ແລະ ຍົກຍ້ອງໃຫ້ພະນັກງານຄົນນັ້ນຮູ້ໃນທາງອ້ອມວ່າ ລາວເປັນຄົນເກັ່ງໃນເລື່ອງນັ້ນແທ້ໆ ແລະ ສິ່ງເຫຼົ່ານີ້ເອງທີ່ເຮັດໃຫ້ຜູ້ນຳຄົນນີ້ໄດ້ໃຈພະນັກງານໄປໝົດ ແລະ ພະນັກງານເອງກໍຍິນດີ ແລະ ເຕັມໃຈທີ່ຈະເຮັດວຽກໃຫ້ກັບຜູ້ນຳຢ່າງເຕັມຄວາມສາມາດ.


ຕ່າງກັບຜູ້ນຳບາງຄົນທີ່ໃຊ້ຄົນບໍ່ເປັນ ພະນັກງານຮຽນບັນຊີມາກໍໄປໃຊ້ເຮັດໄອທີ ພະນັກງານເກັ່ງເລື່ອງການເງິນ ກໍໄປໃຊ້ໃຫ້ເຮັດໜ້າທີ່ HR ບາງຄົນເປັນເລຂາທີ່ຄອຍປະສານງານໄດ້ດີ ກໍໄປໃຊ້ງານໃຫ້ເຮັດ PR ຂອງບໍລິສັດ ແລະ ອື່ນໆ ທັງໆທີ່ຕົວພະນັກງານເອງກໍສົ່ງສັນຍານມາແລ້ວວ່າບໍ່ມັກ ແລະ ບໍ່ຢາກທີ່ຈະເຮັດວຽກນັ້ນ, ແຕ່ຕົວຜູ້ນຳເອງກັບບໍ່ຮູ້ຕົວ ແລະ ໝັ້ນໃຈວ່າໃຊ້ພະນັກງານໄດ້ຢ່າງເໝາະສົມທີ່ສຸດແລ້ວ ຈົນສຸດທ້າຍພະນັກງານຂໍລາອອກໄປ ກໍຍັງບໍ່ຮູ້ຕົວອີກເຊັ່ນກັນ, ແບບນີ້ບໍ່ສົມຄວນຈະເປັນຜູ້ນຳ ດັ່ງສຸພາສິດທີ່ວ່າ: ຜູ້ນຳ ຕ້ອງ “ ເບິ່ງຄົນອອກ ບອກຄົນໄດ້ ໃຊ້ຄົນເປັນ ”.
( ຈາກ:jobsdb )