ລາຍໄດ້ຈາກການຂາຍປີ້ເຂົ້າຊົມຄັດບານເຕະອາຊີ ຢູ 20 ຈະນໍາໄປຊ່ວຍຜູ້ປະສົບໄພນໍ້າຖ້ວມທີ່ອຸດົມໄຊ

49

ເປັນທີ່ແນ່ນອນແລ້ວວ່າ ລາຍໄດ້ທັງໝົດຈາກການຂາຍປີ້ເຂົ້າຊົມການແຂ່ງຂັນບານເຕະ ຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີຮອບຄັດເລືກກຸ່ມ C ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຈະນໍາໄປຊ່ວຍສ້ອມແປງລະບົບນໍ້າລີນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ບ້ານດັ່ງກ່າວ.

ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ປະກາດຢ່າງເປັນທາງການວ່າ: ເພື່ອປະກອບສ່ວນຊ່ວຍແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເດືອນ ສິງຫາ ທີ່ຜ່ານມາ, ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບ ສະຫະພັນບານເຕະແຂວງອຸດົມໄຊ ເຫັນດີມອບລາຍຮັບທັງໝົດຈາກການຂາຍປີ້ເຂົ້າຊົມການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ C ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບນັ້ນ ໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆ, ໃຫ້ແກ່ອໍານາດການປົກຄອງບ້ານສາມັກຄີໄຊເມືອງຫຼາແຂວງອຸດົມໄຊ ເພື່ອຊ່ວຍສ້ອມແປງລະບົບນໍ້າລີນທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມຢູ່ບ້ານດັ່ງກ່າວ.

ສໍາລັບ ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະໜາມກີລາແຫ່ງຊາດ ຫຼັກ 16 ໃນມື້ທີ່ມີການແຂ່ງຂັນໄດ້ ໂດຍ ທີມຊາດລາວ ແມ່ນຈັດຢູ່ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້ິ້:

– 10/09/2022 ເວລາ 19:00 ລາວ ພົບ ກວມ
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ເຊິ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໂດຍການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023.