5 ສາເຫດທີ່ເຮັດໃຫ້ເປັນພະຍາດກະເພາະ

78

ພະຍາດກະເພາະອາຫານອັກເສບ ຫຼື ເອີ້ນທົ່ວໄປວ່າພະຍາດກະເພາະ ເປັນພະຍາດທີ່ເກີດໃນລະບົບທາງເດີນອາຫານ ສາມາດພົບເຫັນໄດ້ຕະຫຼອດໃນປັດຈຸບັນ.

ເກີດຈາກພຶດຕິກຳທີ່ຟ້າວຟັ່ງຂອງຄົນຍຸກນີ້ ເຮັດໃຫ້ມີພຶດຕິກຳການຮັບກິນອາຫານທີ່ບໍ່ຖືກຕ້ອງ ຖືວ່າເປັນສາເຫດໜຶ່ງທີ່ເຮັດໃຫ້ຄົນເປັນພະຍາດກະເພາະ ແລະ ຍັງມີອີກຫຼາກຫຼາຍສາເຫດທີ່ເຮັດໃຫ້ເກີດເປັນພະຍາດກະເພາະໄດ້.
ມື້ນີ້ໝໍອຸເອງ ໄດ້ມີ 5 ສາເຫດທີ່ເຮັດໃຫ້ເປັນພະຍາດກະເພາະ ເຊິ່ງຈະມີສາເຫດໃດແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ!:

1. ກິນເຂົ້າບໍ່ຖືກເວລາ
2. ກິນອາຫານລົດຈັດ
3. ດື່ມແອລກໍຮໍ/ຄາເຟອິນ/ສູບຢາຫຼາຍເກີນໄປ
4. ການກິນຢາແກ້ປວດຈຳພວກ ( Nsaid, Aspirin ) ໃນຂະນະທີ່ທ້ອງວ່າງ
5. ການຕິດເຊື້ອແບັກທີເຣຍ H pylori
ສະນັ້ນເມື່ອຮູ້ແບບນີ້ແລ້ວຄວນປັບປ່ຽນພຶດຕິກໍາເດີ ອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ຈາກ: ໝໍອຸ Wealthylife )
[ ຮຽບຮຽງ: ເມລີ; ຮູບ: Google ]