ສັງເກດຕົນເອງ 4 ພະຍາດນີ້ ເຮັດໃຫ້ເຮົາເອື້ອມຕະຫຼອດ

83

ການເອື້ອມອາດເກີດຈາກຫຼາຍສາເຫດ ແລະ ຫຼາຍຄົນອາດຍັງບໍ່ຮູ້ວ່າເປັນຫຍັງເຮົາຈຶ່ງເອື້ອມ ຕາມສ່ວນຫຼາຍຄົນເຮົາຈະເຂົ້າໃຈວ່າ ເຮົາອີ່ມ ເຮົາຈຶ່ງເອື້ອມ ແຕ່ພາຍໃຕ້ການເອື້ອມນັ້ນອາດແຟງພະຍາດ ຫຼື ບົ່ງບອກເຖິງພະຍາດຕ່າງໆ ຫຼື ບັນຫາສຸຂະພາບຂອງເຮົາໄດ້ ເຊິ່ງພະຍາດນີ້ກໍເປັນອີກພະຍາດໜຶ່ງທີ່ລົບກວນຈິດໃຈຂອງຫຼາຍໆຄົນ ບໍ່ວ່າຈະໄປກິນເຂົ້ານຳໃຜກໍຈະມັກເອື້ອມຫຼາຍເອື້ອມແຮງ ບາງຄັ້ງຈົນອາຍ.

ກ່ອນທີ່ເຮົາຈະປິ່ນປົວໄດ້ກໍຕ້ອງຮູ້ສາເຫດມັນກ່ອນ ເມື່ອທີ່ຮູ້ສາເຫດມັນແລ້ວກໍຈະປິ່ນປົວຖືກຈຸດແລ້ວມັນກໍຈະຫາຍໄວ.
ມື້ນີ້ເລີຍມາບອກ 4 ພະຍາດທີ່ເຮັດໃຫ້ເອື້ອມຕະຫຼອດ ມີຕາມນີ້:

1. ກົດໄຫຼຢ້ອນ
2. ພະຍາດກະເພາະ
3. ອາການລໍາໄສ້ແປປ່ວນ
4. ພະຍາດຕັບອ່ອນ
ສໍາລັບວິທີການປິ່ນປົວແມ່ນຕາມນີ້ ສໍາລັບຄົນທີ່ເປັນພະຍາດກະເພາະ ຫຼື ກົດໄຫຼຢ້ອນ ໃຫ້ຫຼຸດຜ່ອນອາຫານລົດຈັດ, ເຄັມຈັດ, ເຜັດຈັດ, ອາຫານດອງ ແລະ ອື່ນໆ ກໍຈະຊ່ວຍໄດ້ໃນລະດັບໜຶ່ງ.

ແຕ່ຖ້າຫາກເປັນມາດົນ ເຮັດທຸກວິທີກໍບໍ່ຫາຍກໍຄວນພົບແພດ ເພື່ອປິ່ນປົວໃຫ້ຖືກວິທີເດີ.
( ຈາກ: ໝໍອຸ Wealthylife )
[ ຮຽບຮຽງ: ເມລີ; ຮູບ: Google ]