ເຕັກນິກການປູກຫອມບົ່ວ

59

ປັດຈຸບັນແມ່ນໄລຍະລະດູຝົນ, ດັ່ງນັ້ນໃນໄລຍະນີ້ແມ່ນເປັນໄລຍະທີ່ເຮັດໃຫ້ການປູກພືດຜັກບໍ່ງາມ, ປູກຍາກ, ຮັກສາຍາກ ສະນັ້ນລາຄາພືດຜັກໃນໄລຍະນີ້ຈຶ່ງມີລາຄາສູງກວ່າລະດູແລ້ງ ເຊິ່ງພືດຜັກທີ່ເຮົານິຍົມໃຊ້ໃນຄົວເຮືອນຕະຫຼອດ ຫຼື ນຳມາປະກອບໃນການປຸງແຕ່ງອາຫານ.


ດັ່ງນັ້ນ, ມື້ນີ້ເຮົາຈະນຳເອົາບາງເຕັກນິກໃນການປູກຫອມບົ່ວໃນລະດູຝົນມາແນະນຳ ເພື່ອໃຫ້ທ່ານປູກໄວ້ກິນເອງ ຫຼື ເປັນສິນຄ້າ ເຊິ່ງການປູກໄລຍະນີ້ແມ່ນສາມາດປູກໄດ້ 2 ແບບ ຄື: ປູກແບບຍົກໜານ ແລະ ປູກແບບຮັກສານໍ້າ.
ການປູກຍົກໜານ: ໄຖດິນ 2 ຄັ້ງ ປະໄວ້ 1 ອາທິດ ເພື່ອຂ້າເຊື້ອຣາໃນດິນ, ກຳຈັດແມງໄມ້ ແລະ ວັດສະພືດ, ຈາກນັ້ນໃຫ້ຍົກໜານຄູຂຶ້ນສູງໆປະມານຫົວເຂົ່າ ຫາກໃນໄລຍະລະດູຝົນແມ່ນໃຫ້ໃຊ້ວິທີນີ້ ເນື່ອງຈາກວ່າບັນຫາທີ່ມັກພົບໃນໄລຍະນີ້ແມ່ນ ຫອມເນົ່າ ຫຼື ຮາກເນົ່າ.
ຫຼັງຈາກກຽມໜານແລ້ວ ກໍສາມາດເອົາຫົວຫອມທີ່ກຽມໄວ້ມາປັກລົງຫ່າງກັນ ຈຸດລະ 1 ຄືບ ເຊິ່ງຫົວໜຶ່ງຈະແຕກອອກໄດ້ 4 – 5 ຕົ້ນ ຖືວ່າໄດ້ຜົນຜະລິດກຳລັງດີ ຖ້າແຕກຫຼາຍກວ່ານັ້ນ ລຳ ແລະ ໃບຈະນ້ອຍ.
ການດູແລລະບົບນໍ້າ: ລະບົບນໍ້າສະປິງ ຫົດປົກກະຕິເຊົ້າ – ແລງ ຕອນເຊົ້າຫົດປະມານ 5 ນາທີ, ຕອນແລງຫົດປະມານ 2 ນາທີ ເມື່ອຫອມໃຫຍ່ ປະມານ 1 ຂໍ້ມື ໃຫ້ບາມື້ຫົດ ( ຖ້າບໍ່ມີພື້ນທີ່ ແຕ່ຢາກປູກພໍໃຊ້ໃນເຮືອນແມ່ນສາມາດປູກໃສ່ຖັງ ຫຼື ເຂັ້ງກໍໄດ້ ແຕ່ຕ້ອງເອົາໄວ້ບ່ອນຫວິດຝົນ ).


ສ່ວນພະຍາດ ຫຼື ແມງໄມ້ ໃນໄລຍະນີ້ແມ່ນຈະມີໜອນ ຫຼື ບົ້ງຫຼອດລະບາດ ວິທີການເບິ່ງແຍງອາດຈະຕ້ອງມີການໃຊ້ສານເຄມີປະສົມກັບອິນຊີ ປະສົມນໍ້າສົມຄວັນໄມ້ເຂົ້າຊ່ວຍ. ດ້ານການເກັບກ່ຽວ ຫອມຈະມີໄລຍະການເກັບກ່ຽວຫຼັງຈາກປູກ ປະມານ 35 – 45 ວັນ ບາງສາຍພັນກໍປະມານ 60 ວັນ ຈຶ່ງສາມາດເກັບກ່ຽວໄດ້, ຕ້ອງຫຼົກຕອນເຊົ້າໆ ຫຼົກແລ້ວໃຫ້ຕັ້ງໄວ້, ລ້າງນໍ້າລ້າໆ ຕາກໄວ້ໃນບ່ອນຮົ່ມ ຫອມຈຶ່ງບໍ່ແຫ່ວ.
[ Technologychaoban ]