ຂັບລົດໃນລະດູຝົນຕ້ອງກວດເຊັກຫຍັງແດ່?

26

ຖ້າຝົນຕົກ ຄົນມີລົດ ແລະ ບໍ່ມີລົດ ກໍມີຄວາມຫຍຸ້ງຍາກສໍ່າໆກັນ ເພາະໃນປັດຈຸບັນ ຝົນຕົກບໍ່ດົນນໍ້າກໍຈະຖ້ວມຂັງ ໂດຍສະເພາະໃນເສັ້ນທາງບາງຈຸດກໍຍັງຖ້ວມ ເນື່ອງຈາກນໍ້າລະບາຍບໍ່ທັນ ສໍາລັບຄົນທີ່ໃຊ້ລົດ ມາເບິ່ງສິ່ງທີ່ຕ້ອງກວດເຊັກ ຖ້າຫາກອຸປະກອນໃດບໍ່ພ້ອມໃຊ້ງານ ໃນເມື່ອມີການເດີນທາງ ຫາກລົດເພ ການເດີນທາງອາດບໍ່ຮອດຈຸດໝາຍ, ສະນັ້ນມາເບິ່ງວ່າມີຫຍັງແດ່ຕ້ອງກວດເຊັກໃນເວລາຂັບລົດຂະນະທີ່ຝົນຕົກ.


1. ຢ່າລືມກວດເຊັກໄຟສະຫວ່າງ: ທຸກຄັ້ງໄຟຕ້ອງພ້ອມໃຊ້ງານ ເພາະສັນຍານໄຟມີ ຄວາມສໍາຄັນ ໂດຍສະເພາະໃນເວລາທີ່ຝົນຕົກໜັກ ຈົນເບິ່ງຫຍັງບໍ່ຄ່ອຍເຫັນໄຟໜ້ານອກຈາກຈະເປັນຈຸດສັງເກດໃຫ້ລົດຄັນອື່ນເຫັນລົດເຮົາແລ້ວ ຍັງເປັນໄຟໃຫ້ພ້ອມຕັ້ງແຕ່ໄຟຫຼີ່, ໄຟໜ້າທັງສູງ – ຕໍ່າ, ໄຟລ້ຽວ, ໄຟທ້າຍ, ໄຟຖອຍຫຼັງ, ໄຟສ່ອງປ້າຍທະບຽນ ແລະ ໄຟຕັດໝອກ ( ຖ້າມີ ) ເພາະຝົນຕົກໜັກການເບິ່ງເຫັນບໍ່ດີຢູ່ແລ້ວ ຫາກໄຟສ່ອງສະຫວ່າງດອກໃດດອກໜຶ່ງຂາດ ອາດຈະພາໃຫ້ເກີດອຸບັດເຫດຮ້າຍແຮງໄດ້.
2. ໃບປັດນໍ້າຝົນ ຫາກເລີ່ມເຮັດວຽກບໍ່ດີ ປັດນໍ້າຝົນບໍ່ກ້ຽງ ຫຼື ມີສຽງສີກັບແວ່ນ ຕ້ອງຮີບຟ້າວປ່ຽນທັນທີ.
3. ຢາງຕີນລົດ: ສະພາບຕ້ອງພ້ອມໃຊ້ງານ ແລະ ຢ່າລືມໝັ່ນກວດເຊັກລົມຢາງໃຫ້ເໝາະສົມກັບການໃຊ້ງານ.
4. ລະບົບເບຣກ: ບໍ່ວ່າໃນລະດູໃດກໍຕ້ອງໝັ່ນກວດເຊັກ ຫາກເກີດອາການເບຣກແລ້ວສັ່ນ ຫຼື ຕ້ອງໃຊ້ໄລຍະເບຣກຫຼາຍກວ່າປົກກະຕິຄວນເຂົ້າສູນບໍລິການ ຫຼັງການຂາຍເພື່ອປ່ຽນ.
5. ຫ້ອງຈັກ: ໃຫ້ກວດກາຢ່າງເປັນປະຈໍາ ນໍ້າໃນໝໍ້ນໍ້າ, ນໍ້າລ້າງແວ່ນ, ໝໍ້ໄຟ ແລະ ອື່ນໆ ຖ້າທ່ານໃດບໍ່ມີຄວາມຮູ້ເລື່ອງແບບນີ້ກໍນໍາລົດເຂົ້າສູນ ເພື່ອໃຫ້ຊ່າງກວດໃຫ້ກໍໄດ້.
6. ຄັນຮົ່ມ ຫຼື ຜ້າກັນຝົນ ຄວນມີຕິດລົດໄວ້ເຊັ່ນກັນ.


ນີ້ຄືລາຍການກວດເຊັກເບື້ອງຕົ້ນທີ່ເຮົາຕ້ອງໄດ້ເອົາໃຈໃສ່ ຢາກຈະເຕືອນໃນເວລາຂັບລົດໃນລະດູຝົນກໍຄືອາການເຫີນນໍ້າ.
ອາການເຫີນນໍ້າ ຫຼື Hydroplane ແມ່ນການທີ່ມີນໍ້າມາຂັ້ນກາງລະຫວ່າງພື້ນຜິວສໍາຜັດຂອງຢາງຕີນລົດກັບເສັ້ນທາງ ເພາະຮອຍຢາງຮີດນໍ້າອອກບໍ່ທັນ ເຊິ່ງອາດຕື້ນເກີນໄປ, ປະລິມານນໍ້າຫຼາຍເກີນໄປ ຫຼື ຂັບລົດໄວເກີນໄປຈົນມື່ນ ພາໃຫ້ລົດແລ່ນເທິງໜ້ານໍ້າ ອາການດັ່ງກ່າວຖ້າຜູ້ຂັບທີ່ຊ່າງສັງເກດຈະຮູ້ສຶກໄດ້ຈາກພວງມາໄລ ( ຄວບຄຸມພວງມາໄລບໍ່ໄດ້ ) ຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນ ສິ່ງນີ້ເອງເຮັດໃຫ້ລົດຫຼາຍຄັນເກີດອຸບັດເຫດ ເນື່ອງຈາກຜູ້ຂັບຂີ່ບໍ່ລະມັດລະວັງ ຈົນບໍ່ສາມາດຄວບຄຸມທິດທາງຂອງລົດໄດ້.
[ ຂໍ້ມູນ: https://www.motorexpo.co.th/blog/2732 ]